ຍົກ​ສູງສະ​ມັດ​ຕະ​ພາບ, ຄຸນ​ນະ​ພາບ​ຜ່ານ​ການ​ປ່ຽນ​ແປງ​ໃໝ່, ປະ​ດິດ​ຄິດ​ສ້າງ

(VOVWORLD) -ຢູ່ກອງປະຊຸມ, ບັນດາຜູ້ແທນເນັ້ນໜັກວ່າ: ໂລກລະບາດ Covid – 19 ໄດ້ ແລະ ພວມເຮັດໃຫ້ວິສາຫະກິດຂະໜາດກາງ ແລະ ນ້ອຍຫຼາຍແຫ່ງ ຕ້ອງຮັດແຄບຂະໜາດການຜະລິດ, ຫຼຸດຜ່ອນຈຳນວນຜູ້ອອກແຮງງານ, ຊ້ຳບໍ່ໜຳຕ້ອງຢຸດຕິການເຄື່ອນໄຫວ.
ຍົກ​ສູງສະ​ມັດ​ຕະ​ພາບ, ຄຸນ​ນະ​ພາບ​ຜ່ານ​ການ​ປ່ຽນ​ແປງ​ໃໝ່, ປະ​ດິດ​ຄິດ​ສ້າງ - ảnh 1ກອງປະຊຸມ “ຊຸກຍູ້ສະມັດຕະພາບໃຫ້ແກ່ວິສາຫະກິດຂະໜາດກາງ ແລະ ນ້ອຍໃນສະພາບການເກີດໂລກລະບາດ Covid – 19 ອີງໃສ່ພື້ນຖານປ່ຽນແປງໃໝ່ຂອງວິທະຍາສາດເຕັກໂນໂລຢີ ” (ພາບ: TTXVN)

ວັນທີ 7 ຕຸລາ, ຢູ່ຮ່າໂນ້ຍໄດ້ດຳເນີນກອງປະຊຸມ “ຊຸກຍູ້ສະມັດຕະພາບໃຫ້ແກ່ວິສາຫະກິດຂະໜາດກາງ ແລະ ນ້ອຍໃນສະພາບການເກີດໂລກລະບາດ Covid – 19 ອີງໃສ່ພື້ນຖານປ່ຽນແປງໃໝ່ຂອງວິທະຍາສາດເຕັກໂນໂລຢີ ແລະ ປະຕິຮູບຂໍ້ກຳນົດທາງການບໍລິຫານ”, ໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຢີ, ຄະນະປະຕິຮູບກົນໄກ, ນະໂຍບາຍ, ລະບຽບການບໍລິຫານ, ແລະ ສະມາຄົມວິສາຫະກິດຂະໜາດກາງ ແລະ ນ້ອຍຫວຽດນາມສົມທົບກັນຈັດຕັ້ງຂຶ້ນ.

ຢູ່ກອງປະຊຸມ, ບັນດາຜູ້ແທນເນັ້ນໜັກວ່າ: ໂລກລະບາດ Covid – 19 ໄດ້ ແລະ ພວມເຮັດໃຫ້ວິສາຫະກິດຂະໜາດກາງ ແລະ ນ້ອຍຫຼາຍແຫ່ງ ຕ້ອງຮັດແຄບຂະໜາດການຜະລິດ, ຫຼຸດຜ່ອນຈຳນວນຜູ້ອອກແຮງງານ, ຊ້ຳບໍ່ໜຳຕ້ອງຢຸດຕິການເຄື່ອນໄຫວ. ດັ່ງນັ້ນ, ເພື່ອຍົກສູງປະສິດທິຜົນໃນການເຄື່ອນໄຫວ, ຟື້ນຟູການຜະລິດ, ດຳເນີນທຸລະກິດພາຍຫຼັງ ໂລກລະບາດ Covid – 19, ວິສາຫະກິດຕ້ອງລົງທຶນດ້ານວິທະຍາສາດເຕັກໂນໂລຢີ ແລະ ປ່ຽນແປງໃໝ່, ປະດິດຄິດສ້າງ.

ທ່ານ ເລຊວັນດິ້ງ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມກ່າວວ່າ:

ໃນໄລຍະຈະມາເຖິງ, ງົບປະມານແຫ່ງລັດຍາມໃດ ກໍ່ລົງທຶນດ້ານວິທະຍາສາດເຕັກໂນໂລຢີ ດ້ວຍ 2%ລາຍຈ່າຍງົບປະມານ. ຖ້າຄື ກ່ອນນີ້ອັດຕາສ່ວນລົງທຶນດ້ານວິທະຍາສາດເຕັກໂນໂລຢີລະຫວ່າງ ລັດ ແລະ ວິສາຫະກິດແມ່ນ 70 – 30, ໝາຍຄວາມວ່າ 70% ລົງທຶນດ້ານວິທະຍາສາດເຕັກໂນໂລຢີຈາກງົບປະມານແຫ່ງລັດ ແລະ ວິສາຫະກິດລົງທຶນ 30% ປັດຈຸບັນອັດຕານີ້ແມ່ນ 50 – 50ແລ້ວ.

ທີ່ກອງປະຊຸມ, ບັນດານັກຊ່ຽວຊານໄດ້ສະເໜີໃຫ້ລັດຖະບານຕ້ອງມີນະໂຍບາຍ, ໂຄງການໜູນຊ່ວຍວິສາຫະກິດທີ່ເປັນຂອງບັນດາກະຊວງ, ຂະແໜງການ, ບັນດາອົງການຈັດຕັ້ງ, ສະມາຄົມ…ໃຫ້ຫຼາຍຕື່ມອີກ ຈາກນັ້ນຊ່ວຍໃຫ້ວິສາຫະກິດຍົກສູງກຳລັງຄວາມສາມາດໃນການແກ້ງແຍ່ງ, ຜ່ານຜ່າໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ