ຍົກເລີກການເຈລະຈາດ້ານການຄ້າ Brexit ຮອບທີ 2 ຢູ່ລອນດອນ

(VOVWORLD) -ຮອບເຈລະຈາກ່ຽວກັບຂໍ້ຕົກລົງດ້ານການຄ້າພາຍຫຼັງ Brexit ຄັ້ງທີ 2 ຄາດວ່າຈະດຳເນີນຢູ່ນະຄອນຫຼວງລອນດອນ ຂອງອັງກິດ ໃນອາທິດຈະມາເຖິງໄດ້ຖືກຍົກເລີກແລ້ວ

ຍົກເລີກການເຈລະຈາດ້ານການຄ້າ Brexit ຮອບທີ 2 ຢູ່ລອນດອນ - ảnh 1 ຮອບເຈລະຈາກ່ຽວກັບຂໍ້ຕົກລົງດ້ານການຄ້າພາຍຫຼັງ Brexit ຖືກຍົກເລີກແລ້ວ

(ພາບປະກອບ: AFP/TTXVN)

ຕອນຄ່ຳວັນທີ 12 ມີນາ, ອັງກິດ ແລະ ສະຫະພາບເອີລົບ (ອີຢູ) ໄດ້ອອກແຈ້ງການຮ່ວມໂດຍໃຫ້ຮູ້ວ່າ, ຮອບເຈລະຈາກ່ຽວກັບຂໍ້ຕົກລົງດ້ານການຄ້າພາຍຫຼັງ Brexit ຄັ້ງທີ 2 ຄາດວ່າຈະດຳເນີນຢູ່ນະຄອນຫຼວງລອນດອນ ຂອງອັງກິດ ໃນອາທິດຈະມາເຖິງໄດ້ຖືກຍົກເລີກແລ້ວ ຍ້ອນມີຄວາມວິຕົກກັງວົນກ່ຽວກັບໂລກພະຍາດ Covid-19. ຖະແຫຼງການຮ່ວມຊີ້ແຈ້ງວ່າ: “ຕໍ່ໜ້າບັນດາການຜັນແປຫຼ້າສຸດທີ່ກ່ຽວຂ້ອງເຖິງໂລກພະຍາດ Covid-19, ບັນດານັກເຈລະຈາຂໍ້ຕົກລົງດ້ານການຄ້າລະຫວ່າງອັງກິດ ແລະ ອີຢູ ໄດ້ຕົກລົງບໍ່ດຳເນີນຮອບເວລາໃນອາທິດຈະມາເຖິງຢູ່ລອນດອນ ຕາມແຜນການທີ່ຄາດຄະເນໄວ້ໃນເບື້ອງຕົ້ນ”. ແທນທີ່ການພົບປະກັນໂດຍກົງຢູ່ລອນດອນ, ບັນດາຝ່າຍເຈລະຈາໃຫ້ຮູ້ວ່າ “ພວມຊອກຫາວິທີອື່ນເພື່ອສືບຕໍ່ວຽກງານເຈລະຈາ, ອາດຈະເປັນຮູບການເຈລະຈາທາງອອນລາຍ”.

ຕອບກັບ

ຂ່າວ/ບົດ​ອື່ນ