ຍົກເລີກການແຍກຕົວສຳລັບຕາແສງ ເຊີນໂລຍ, ເມືອງ ບິ່ງຊວຽນ, ແຂວງ ວິ້ງຟູ໊ກ

(VOVWORLD) -ຄະນະກຳມະການປະຊາຊົນເມືອງບິ່ງຊວຽນ, ແຂວງ ວິ້ງຟູ໊ກ ໄດ້ປະກາດຂໍ້ຕົກລົງວ່າດ້ວຍການຍົກເລີກການແຍກຕົວສຳລັບຕາແສງ ເຊີນໂລຍ ໃນຕອນຄ່ຳວັນທີ 03 ມີນາ.

ຍົກເລີກການແຍກຕົວສຳລັບຕາແສງ ເຊີນໂລຍ, ເມືອງ ບິ່ງຊວຽນ, ແຂວງ ວິ້ງຟູ໊ກ - ảnh 1

  ທ່ານ ໂດ້ຊວນຕວຽນ, ຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ

(ພາບ: Vietnam+)

ຕາມນັ້ນແລ້ວ, ນັບແຕ່ເວລາ 00 ໂມງ ຂອງວັນທີ 04 ມີນາ, ແມ່ນໄດ້ຍົກເລີກການແຍກຕົວຕາແສງ ເຊີນໂລຍ (ເຂດຫ້າມຊົ່ວຄາວ) ແລະ ຍົກເລີກການເຄື່ອນໄຫວຂອງ 12 ປ້ອມກວດກາ, ແຍກຕົວ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍຂອງເຂດເກີດໂລກລະບາດ… ພາຍຫຼັງຖືກແຍກຕົວມາເປັນເວລາ 21 ວັນ ບໍ່ກວດພົບເຫັນກໍ່ລະນີຕິດໂລກ Covid-19 ໃໝ່ຕື່ມອີກ.

          ກ່າວຄຳເຫັນທີ່ພິທີ, ທ່ານ ໂດ້ຊວນຕວຽນ, ຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ໃຫ້ຂໍ້ສັງເກດສຳລັບຜົນສຳເລັດໃນວຽກງານປ້ອງກັນ, ຕ້ານໂລກລະບາດ Covid-19 ໃນໄລຍະຜ່ານມາ, ນອກຈາກຄວາມມານະພະຍາຍາມ, ຄວາມຕັດສິນໃຈຂອງທຸກຂັ້ນ, ທຸກຂະແໜງການແລ້ວ, ຍັງມີການເຂົ້າຮ່ວມ ແລະ ການສະໜັບສະໜູນຢ່າງຕັ້ງໜ້າຂອງປະຊາຊົນ. ທ່ານ ໂດ້ຊວນຕວຽນ ສະເໜີວ່າ, ໃນໄລຍະຈະມາເຖິງ ແຂວງວິ້ງຟູ໊ກ,  ບັນດາຫົວໜ່ວຍ ແລະ ປະຊາຊົນຈົ່ງສືບຕໍ່ເຝົ້າລະວັງໂລກລະບາດໃຫ້ເປັນຢ່າງດີ…

          ພາຍຫຼັງຢຸດຕິການແຍກຕົວ, ການນຳຕາແສງ ເຊີນໂລຍ ສືບຕໍ່ຄຸ້ມຄອງຜູ້ທີ່ກັບມາຈາກເຂດເກີດໂລກລະບາດ ເພື່ອຮັບປະກັນຄວາມປອດໄພໃນວຽກງານປ້ອງກັນ, ຕ້ານໂລກລະບາດ, ເພື່ອສະກັດກັ້ນຄວາມສ່ຽງໂລກລະບາດເກີດຂຶ້ນຄືນໃໝ່. ທ່ານ ຫງວຽນງອັກເຊີນ, ປະທານຄະນະກຳມະການປະຊາຊົນຕາແສງເຊີນໂລຍ, ໃຫ້ຮູ້ວ່າ.

          “ຄະນະຊີ້ນຳກໍ່ສືບຕໍ່ຈັດແບ່ງໜ້າທີ່ວຽກງານໃຫ້ສະມາຊິກແຕ່ລະຄົມ ຊີ້ນຳບັນດາບ້ານຍູ້ແຮງວຽກງານໂຄສະນາໃຫ້ແກ່ປະຊາຊົນຕ້ອງມີກຳເຝົ້າລະວັງ, ບໍ່ປະໝາດ, ພິເສດແມ່ນເອົາໃຈໃສ່ເຖິງຈຳນວນຜູ້ອອກແຮງງານກັບເມືອຈາກຕ່າງປະເທດ, ຄວນແຈ້ງໂດຍທັນທີເພື່ອປະຕິບັດກໍລະນີທີ່ບັງຄັບຕ້ອງແຍກຕົວ, ແຍກຕົວຢູ່ເຮືອນເພື່ອຕິດຕາມ”.

          ໄລ່ຮອດວັນທີ 13 ກຸມພາ, ໃນ 16 ກໍລະນີຕິດເຊື້ອພະຍາດໄວຣັດ SARS-CoV-2 ຢູ່ຫວຽດນາມ ລ້ວນແຕ່ໄດ້ຮັບການປິ່ວປົວຫາຍດີ ແລະ ອອກໂຮງໝໍແລ້ວ. ນັບແຕ່ວັນທີ 13 ກຸມພາ ມາຮອດປະຈຸບັນ, ຫວຽດນາມ ຍັງບໍ່ທັນກວດພົບກໍລະນີຕິດພະຍາດ Covid-19 ໃດຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ