ຍັງບໍ່ທັນມີພົນລະເມືອງຫວຽດນາມ ຄົນໃດຖືກຜົນສະທ້ອນຈາກເຫດບຸກໂຈມຕີກໍ່ການຮ້າຍຢູ່ ອາບການິສະຖານ

(VOVWORLD) - ຫວຽດນາມ ຮຽກຮ້ອງບັນດາຝ່າຍກ່ຽວຂ້ອງຢູ່ ອາບການິສະຖານ ຮັບປະກັນຄວາມສະຫງົບປອດໄພໃຫ້ຊາວ ອາບການິສະຖານ ໝົດທຸກຄົນ ແລະ ບັນດາພົນລະເມືອງຕ່າງປະເທດ ພວມຢູ່ ອາບການິສະຖານ, ໃນນັ້ນ ມີພົນລະເມືອງ ຫວຽດນາມ.

ຍັງບໍ່ທັນມີພົນລະເມືອງຫວຽດນາມ ຄົນໃດຖືກຜົນສະທ້ອນຈາກເຫດບຸກໂຈມຕີກໍ່ການຮ້າຍຢູ່ ອາບການິສະຖານ - ảnh 1ທ່ານນາງເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. (ພາບ:TTXVN)

ວັນທີ 31 ສິງຫາ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບປະຕິກິລິຍາຂອງຫວຽດນາມ ຕໍ່ເຫດບຸກໂຈມຕີກໍ່ການຮ້າຍຢູ່ສະຫນາມບິນ Hamid Karzai ນະຄອນຫລວງ Kabul ຂອງອາບການິສະຖານ ເມື່ອວັນທີ 26 ສິງຫາ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງເລທິທູຮັ່ງ ຊີ້ແຈ້ງວ່າ: ຫວຽດນາມ ກ່າວປະນາມບັນດາການກະທຳບຸກໂຈມຕີກໍ່ການຮ້າຍບໍ່ວ່າດ້ວຍຮູບການໃດ, ໃນນັ້ນ ມີການບຸກໂຈມຕີກໍ່ການຮ້າຍຢູ່ສະຫນາມບິນ Hamid Karzai  ໃນວັນທີ 26/8 ຜ່ານມາ. ຫວຽດນາມ ຂໍສະແດງຄວາມເສົ້າສະຫລົດໃຈມາຍັງບັນດາຄອບຄົວຜູ້ປະສົບເຄາະຮ້າຍໃນເຫດບຸກໂຈມຕີດັ່ງກ່າວ. ຕາມບັນດາແຫລ່ງຂ່າວ, ມາຮອດປະຈຸບັນ ຍັງບໍ່ທັນມີພົນລະເມືອງຫວຽດນາມ ຄົນໃດຖືກຜົນສະທ້ອນໃນເຫດບຸກໂຈມຕີກໍ່ການຮ້າຍຢູ່ສະຫນາມບິນດັ່ງກ່າວ. ຫວຽດນາມ ຮຽກຮ້ອງບັນດາຝ່າຍກ່ຽວຂ້ອງຢູ່ ອາບການິສະຖານ ຮັບປະກັນຄວາມສະຫງົບປອດໄພໃຫ້ຊາວ ອາບການິສະຖານ ໝົດທຸກຄົນ ແລະ ບັນດາພົນລະເມືອງຕ່າງປະເທດ ພວມຢູ່ ອາບການິສະຖານ, ໃນນັ້ນ ມີພົນລະເມືອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ