ຍັງ​ມີ 95 ຄົນ​ໄດ້​ຮັບ​ຖື​ວ່າ ຫາຍ​ສາບ​ສູນ​ຫຼັງ​ເຫດ​ບຸກ​ໂຈມ​ຕີ​ຢູ່ ມົດ​ສະ​ກູ, ລັດ​ເຊຍ

(VOVWORLD) - ໄລ່ຮອດປັດຈຸບັນ, ໄດ້ຢັ້ງຢືນວ່າ ມີ 140 ຄົນເສຍຊີວິດໃນເຫດວິນາດຕະກຳນີ້. ກຳລັງເຈົ້າໜ້າທີ່ ລັດເຊຍ ພວມມານະພະຍາຍາມຊອກຫາບັນດາກໍລະນີທີ່ຖືວ່າ ຖືກຫາຍສາບສູນ.
ຍັງ​ມີ 95 ຄົນ​ໄດ້​ຮັບ​ຖື​ວ່າ ຫາຍ​ສາບ​ສູນ​ຫຼັງ​ເຫດ​ບຸກ​ໂຈມ​ຕີ​ຢູ່ ມົດ​ສະ​ກູ, ລັດ​ເຊຍ - ảnh 1ໂຮງລະຄອນ Crocus City Hall ວັນທີ  23/3/2024 (ພາບ: AFP/TTXVN)

ບັນດາອົງການເຈົ້າໜ້າທີ່ຂອງ ລັດເຊຍ ໃຫ້ຮູ້ວ່າ ໄລ່ຮອດປັດຈຸບັນນີ້, ຍັງມີ 95 ຄົນ ໄດ້ຮັບຖືວ່າ ຫາຍສາບສູນໃນເຫດບຸກໂຈມຕີກໍ່ການຮ້າຍຢູ່ໂຮງລະຄອນ Crocus City Hall, ຢູ່ຊານເມືອງ ມົດສະກູ, ປະເທດ ລັດເຊຍ. ບັນຊີລາຍຊື່ຫາຍສາບສູນແມ່ນລວມມີບຸກຄົນທີ່ບໍ່ສາມາດຕິດຕໍ່ໄດ້ພາຍຫຼັງເຫດບຸກໂຈມຕີ ແລະ ບຸກຄົນທີ່ບໍ່ນອນໃນບັນຊີຜູ້ຖືກບາດເຈັບ ຫຼື ເສຍຊີວິດ. ໄລ່ຮອດປັດຈຸບັນ, ໄດ້ຢັ້ງຢືນວ່າ ມີ 140 ຄົນເສຍຊີວິດໃນເຫດວິນາດຕະກຳນີ້. ກຳລັງເຈົ້າໜ້າທີ່ ລັດເຊຍ ພວມມານະພະຍາຍາມຊອກຫາບັນດາກໍລະນີທີ່ຖືວ່າ ຖືກຫາຍສາບສູນ.

        ຕາມການສະຖິຕິຂອງອົງການສາທາລະນະສຸກລັດເຊຍ, ໄລ່ຮອດຕອນເຊົ້າວັນທີ 27 ມີນາ, ຕາມເວລາທ້ອງຖິ່ນ, ຈຳນວນຜູ້ຖືກບາດເຈັບໃນເຫດດັ່ງກ່າວໄດ້ເພີ່ມຂຶ້ນ 360 ຄົນແລ້ວ, ໃນນັ້ນ, ມີເດັກນ້ອຍ 11 ຄົນ.

      


ຕອບກັບ

ຂ່າວ/ບົດ​ອື່ນ