ຍຸດທະສາດການຮ່ວມມືພັດທະນາຫວຽດນາມ-ສະວິດໄລຍະ2017-2020

ຍຸດທະສາດການຮ່ວມມືພັດທະນາຫວຽດນາມ-ສະວິດໄລຍະ2017-2020 - ảnh 1
ພິ​ທີ​ປະ​ກາດ​ຍຸດ​ທະ​ສາດ​ຮ່ວມ​ມື​ພັດ​ທະ​ນາ ຫວຽດ​ນາມ - ສະ​ວິດ ໄລ​ຍະ 2017 – 2020

(vovworld) - ຕອນ​ບ່າຍ​ວັນ​ທີ 11/10, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ແຜນ​ການ ແລະ​ ການ​ລົງ​ທຶນ​ໄດ້​ປະ​ກາດ​ຍຸດ​ທະ​ສາດ​ຮ່ວມ​ມື​ພັດ​ທະ​ນາ ຫວຽດ​ນາມ - ສະ​ວິດ ໄລ​ຍະ 2017 – 2020. ຕາມນັ້ນ​ແລ້ວ, ລັດ​ຖະ​ບານ ສະ​ວິດ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ໜູນ​ຊ່ວຍ ຫວຽດ​ນາມ ຈຳ​ນວນ​ເງິນ 20 ລ້ານ ຝັງ (ສະ​ກຸນ​ເງິນ​ຝະ​ລັງ) ເທົ່າ​ກັບ 92 ລ້ານ USD ທຶນ ODA ຊ່ວຍ​ເຫຼືອລ້າ​ເພື່ອ​ພັດ​ທະ​ນາ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ບຸ​ລິ​ມະ​ສິດ​ຂອງ 2 ຝ່າຍ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ປະ​ກາດ, ທ່ານ ຫງວຽນ​ເທ໋​ເຟືອງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ໃຫ້​ຮູ້​ວ່າ: ການ​ພົວ​ພັນ​ຮ່ວ​ມ​ມື​ຮອບ​ດ້ານ ຫວຽດ​ນາມ - ສະ​ວິດ ພັດ​ທະ​ນາ​ຢ່າງ​ຕໍ່​ເນື່ອງ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ຜ່ານ​ການ​ຮ່ວມ​ມື​ພັດ​ທະ​ນາ.

        ທ່ານ​ນາງ Marie Gabrielle, ລັດ​ຖະ​ມົນ​ຕີ​​ແຫ່ງສະ​ຫະ​ພັນ ສະ​ວິດ, ໃຫ້​ຮູ້​ວ່າ: ສະ​ວິດ​ຈະ​ສືບ​ຕໍ່​ໜູ​ນ​ຊ່ວຍ​ເພື່ອ​ໃຫ້ ຫວຽດ​ນາມ ບັນ​ລຸ​ໄດ້​ກາ​ນ​ເຕີບ​ໂຕ​ຮອບ​ດ້ານ ແລະ ຍື​ນ​ຍົງ ເພື່ອ​ຊ່ວຍ​ປັບ​ປຸງ​ຊີ​ວິ​ດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ, ພ້ອມ​ທັງ​ສະ​ແດງ​ຄວາມ​ຫວັງ​ການ​ພົວ​ພັນ​ຮ່ວມ​ມື​ຍາວ​ນານ​ກັບ ຫວຽດ​ນາມ ບັນ​ລຸ​ໄດ້​ຜົນ​ງານຫຼາຍ​ຢ່າງ​ໃນ​ການ​ປະ​ຕິ​ຮູບ​ເສດ​ຖະ​ກິດ​ສັງ​ຄົມ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.


ຂ່າວ/ບົດ​ອື່ນ