ຍຸດທະສາດຮັບມືຢ່າງຮີບດ່ວນກັບໂລກລະບາດໂຄວິດ-19 ຂອງຫວຽດນາມ ແມ່ນເຂັ້ມແຂງ, ຖືກທິດ

(VOVWORLD) -ລັດຖະບານຫວຽດນາມ ໄດ້ ແລະ ພວມມານະພະຍາຍາມຈົນສຸດຄວາມສາມາດເພື່ອປະຕິບັດບັນດາມາດຕະການ, ລະດົມບັນດາແຫຼ່ງກຳລັງເພື່ອຕ້ານໂລກລະບາດ, ພິເສດແມ່ນການໜູນຊ່ວຍບັນດາແຂວງພວມແມ່ນຈຸດຮ້ອນເຮັ່ງ.
ຍຸດທະສາດຮັບມືຢ່າງຮີບດ່ວນກັບໂລກລະບາດໂຄວິດ-19 ຂອງຫວຽດນາມ ແມ່ນເຂັ້ມແຂງ, ຖືກທິດ - ảnh 1ທ່ານປະລິນຍາເອກ Kidong Park, ຫົວໜ້າຫ້ອງການຜູ້ຕາງໜ້າອົງການອະນາໄມໂລກປະຈຳຫວຽດນາມ
(ພາບ: TTXVN)

ທ່ານປະລິນຍາເອກ Kidong Park, ຫົວໜ້າຫ້ອງການຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳຫວຽດນາມ ຕີລາຄາວ່າ: ຍຸດທະສາດຮັບມືຢ່າງຮີບດ່ວນກັບໂລກລະບາດໂຄວິດ-19 ຂອງຫວຽດນາມ ແມ່ນເຂັ້ມແຂງ, ຖືກທິດ.

        ທ່ານປະລິນຍາເອກ Kidong Park ຖືວ່າ ສະພາບໂລກລະບາດແຜ່ລະບາດຢູ່ຫວຽດນາມ ພວມສັບສົນ ແລະ ຫຍຸ້ງຍາກ, ດ້ວຍຈຳນວນຜູ້ຕິດເຊື້ອຂຶ້ນເຖິງເຄິ່ງລ້ານຄົນນັບແຕ່ເດືອນກັນຍາ 2021. ຕາມທ່ານປະລິນຍາເອກ Kidong Park ແລ້ວ, ລັດຖະບານຫວຽດນາມ ໄດ້ ແລະ ພວມມານະພະຍາຍາມຈົນສຸດຄວາມສາມາດເພື່ອປະຕິບັດບັນດາມາດຕະການ, ລະດົມບັນດາແຫຼ່ງກຳລັງເພື່ອຕ້ານໂລກລະບາດ, ພິເສດແມ່ນການໜູນຊ່ວຍບັນດາແຂວງພວມແມ່ນຈຸດຮ້ອນເຮັ່ງ. ວິທີສຳຜັດທົ່ວສັງຄົມພວມໄດ້ຮັບການຊີ້ນຳປະຕິບັດໂດຍອົງການສູງສຸດຂອງລັດຖະບານ ກັບນາຍົກລັດຖະມົນຕີ ປະຈຸບັນພວມແມ່ນຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ສິ່ງດັ່ງກ່າວສະແດງໃຫ້ເຫັນຄວາມຕັດສິນໃຈສູງຂອງລັດຖະບານຫວຽດນາມ ໃນການຄວບຄຸມສະພາບການໂລກລະບາດແຜ່ລະບາດ. WHO ເຊື່ອໝັ້ນວ່າ, ຍຸດທະສາດຮັບມືຢ່າງຮີບດ່ວນເພື່ອສຸຂະພາບຂອງປະຊາຄົມໃນການຄວບຄຸ້ມການແຜ່ລະບາດຂອງໂລກລະບາດໂຄວິດ-19 ໃນປະຈຸບັນຂອງຫວຽດນາມ ແມ່ນເຂັ້ມແຂງ ແລະ ພວມໄປຖືກທິດ.

ຕອບກັບ

ຂ່າວ/ບົດ​ອື່ນ