ຍຸດທະສາດແຫ່ງຊາດກ່ຽວກັບການ ປ້ອງກັນ, ຕ້ານຢາເສບຕິດ ແລະອາດຊະຍາກຳ ຄ້າຂາຍມະນຸດ

ຍຸດທະສາດແຫ່ງຊາດກ່ຽວກັບການ ປ້ອງກັນ, ຕ້ານຢາເສບຕິດ ແລະອາດຊະຍາກຳ ຄ້າຂາຍມະນຸດ - ảnh 1
ພາບປະກອບ

(vovworld) - ຕອນ​ເຊົ້າ​ວັນ​ທີ 27/4, ຢູ່​ຮ່າ​ໂນ້ຍ, ກະຊວງ​ຕຳຫຼວດ​ຫວຽດນາມ ສົມທົບ​ກັບ​ອົງການ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ ​ແລະ ອາດຊະຍາ​ກຳ​ຂອງ​ສະຫະ​ປະຊາ​ຊາດ​ປະຈຳ​ຫວຽດນາມ (ຫຼື UNODC) ຈັດ​ຕັ້ງ​ກອງ​ປະຊຸມ​ປະກາດ​ບັນດາ​ຍຸດ​ທະ​ສາດ ​ແລະ ​ໂຄງການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ ​ແລະ ອາດຊະຍາ​ກຳ​ຄ້າ​ຂາຍ​ມະນຸດ​ໄລຍະ 2012 – 2015. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຕຳຫຼວດ Pham Quy Ngo ຊີ້​ແຈງ​ວ່າ: ລັດຖະບານ​ຫວຽດນາມ ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ສ້າງ ​ລະບອບລະບຽບ​ການ​ໃຫ້​ສົມບູນ​ແບບ, ຜັນ​ຂະຫຍາຍ​ຫຼາຍ​ມາດ​ຕະການ​ຕັ້ງໜ້າ ​ເພື່ອ​ປ້ອງ​ກັນ, ສະກັດ​ກັ້ນ ​ແລະ ຍູ້​​​ຖອຍ​​ອາດຊະຍາ​ກຳ​ທຸກ​ປະ​ເພດ. ຫວຽດນາມ ​ໄດ້​ລົງ​ນາມ​​ໃນເອກະສາ​ນ, ບົດ​ບັນທຶກ​ຊ່ວຍ​ຈຳການ​ຮ່ວມ​ມື 2 ຝ່າຍ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ​ຢາ​ເສບ​ຕິດ, ຄ້າ​ຂາຍ​ມະນຸດ 17 ສະບັບ. ພິ​ເສດ, ຫວຽດນາມ ​ແມ່ນ 1 ​ໃນ​ຈຳນວນ 8 ປະ​ເທດ​ໃນ​ໂລກ​ປະຕິບັດ​ທົດ​ລອງ​ການ​ກໍ່ສ້າງ ​ແລະ ປະຕິບັດ​​ແຜນການ​ຮ່ວມ​ມື​ລວມລະຫວ່າງ​ລັ​ດຖະບານ​ຫວຽດນາມ ກັບ​ອົງ​ການ​ສະຫະ​ປະຊາ​ຊາດ​ໄລຍະ 2012 – 2016, ທ່ານ​​ Pham Quy Ngo ຖື​ວ່າ:

“ກອງ​ປະຊຸມ​ແມ່ນ​ເວທີ​ປາ​ໄສ​ຮ່ວມ​ມື​ສຳຄັນ ​ເພື່ອ​ແບ່ງປັນ​ຂໍ​້ມູນ​ຂ່າວສານ, ບົດຮຽນ​ໃນ​ການ​ສ້າງ ​ແລະ ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ​ບັນດາ​ໂຄງການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ​ເວົ້າ​ລວມ ລະ​ຫວ່າງ​ບັນດາ​ຫົວໜ່ວຍ​ມີໜ້າ​ທີ່​ຮັບຜິ​ດຊອບ​ຂອງ​ກະຊວງ​ຕຳຫຼວດ, ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ຂອງ​ຫວຽດນາມ ກັບ ສະຫະ​ປະຊາ​ຊາດ, ບັນດາ​ປະ​ເທດ​ໜູນ​ຊ່ວຍ ​ແລະ ​ອົງ​ການ​ສາກົນ​ໃນ​ຊຸມ​ປີ​ຕໍ່​ໄປ. ພວກຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ: ດ້ວຍ​ບົດ​ຮຽນ​ຂອງ​ສະຫະ​ປະຊາ​ຊາດ, ການ​ໜູນ​ຊ່ວຍ, ສະໜັບສະໜູນ​ຂອງ​ບັນດາ​ອົງການ​ສາກົນ​ຈະ​ຊ່ວຍ​ໃຫ້​ຫວຽດນາມ ປະຕິບັດ​ບັນດາ​ຄາດໝາຍ​ວາງ​ອອກ​ສຳ​ເລັດ​ຜົນ”

ຂ່າວ/ບົດ​ອື່ນ