ຍຸດທະສາດໃໝ່ຂອງຫວຽດນາມ ກ່ຽວກັບອຸດສາຫະກຳ 4.0 ມີບັນດາເປົ້າໝາຍທີ່ມີຄວາມມັກໃຫຍ່ໄຝ່ສູງ

(VOVWORLD) -ຄາດວ່າ, ຍຸດທະສາດຈະເພີ່ມອັດຕາສ່ວນຂອງພື້ນຖານເສດຖະກິດເຕັກນິກດີຕີຕອນໃນຍອດ GDP ຂຶ້ນ 30% ໃນປີ 2030.
ຍຸດທະສາດໃໝ່ຂອງຫວຽດນາມ ກ່ຽວກັບອຸດສາຫະກຳ 4.0 ມີບັນດາເປົ້າໝາຍທີ່ມີຄວາມມັກໃຫຍ່ໄຝ່ສູງ - ảnh 1(ພາບປະກອບ: TTXVN)

ໃນບົດຂຽນເຊິ່ງໄດ້ເອົາລົງເວັບໄຊຂອງກະຊວງການຕ່າງປະເທດສ.ເຊັກໂກ, ຫວ່າງມໍ່ໆມານີ້, ທ່ານ David Jarkulisch, ນັກການທູດປະຕິບັດງານຢູ່ສະຖານທູດສ.ເຊັກໂກ ປະຈຳຮ່າໂນ້ຍ ໄດ້ໃຫ້ຂໍ້ສັງເກດກ່ຽວກັບຍຸດທະສາດໃໝ່ຂອງຫວຽດນາມ ກ່ຽວກັບອຸດສາຫະກຳ 4.0 ມີບັນດາເປົ້າໝາຍທີ່ມີຄວາມມັກໃຫຍ່ໄຝ່ສູງພໍສົມຄວນ. ນັກຊ່ຽວຊານ David Jarkulisch ຖືວ່າ, ລັດຖະບານຫວຽດນາມ ໄດ້ອະນຸມັດຜ່ານຍຸດທະສາດໃໝ່ໆທີ່ແທດເໝາສະກັບພື້ນຖານເສດຖະກິດ ດ້ວຍການປະຕິວັດອຸດສາຫະກຳຄັ້ງທີ 4 (4.0), ເພື່ອແນໃສ່ຫັນປ່ຽນຮູບແບບການເຕີບໂຕໃນປະຈຸບັນຢ່າງແຮງ ໂດຍອີງໃສ່ການນຳໃຊ້ແຮງງານດ້ວຍລາຄາຖືກ. ຄາດວ່າ, ຍຸດທະສາດຈະເພີ່ມອັດຕາສ່ວນຂອງພື້ນຖານເສດຖະກິດເຕັກນິກດີຕີຕອນໃນຍອດ GDP ຂຶ້ນ 30% ໃນປີ 2030. ການພັດທະນາຂອງພື້ນຖານເສດຖະກິດເຕັກນິກດີຈີຕອນ ກໍ່ນຳມາເຊິ່ງກາລະໂອກາດໃໝ່ບາງຢ່າງໃຫ້ແກ່ບັນດາບໍລິສັດຂອງສ.ເຊັກໂກ, ເຊິ່ງໄດ້ເລີ່ມສ້າງຕັ້ງໃນຂົງເຂດນີ້ຢູ່ຫວຽດນາມ.

        ທ່ານ David Jarkulisch ໃຫ້ຮູ້ວ່າ, ເພື່ອບັນລຸໄດ້ບັນດາເປົ້າໝາຍຂອງຍຸດທະສາດນັ້ນ, ຫວຽດນາມ ມີແຜນການຍູ້ໄວການສ້າງພື້ນຖານໂຄງລ່າງທີ່ຈຳເປັນ, ຮັບປະກັນການກະກຽມແຫຼ່ງຊັບພະຍາກອນມະນຸດມີລະດັບຄວາມຮູ້ສູງ ແລະ ເປີດກວ້າງກຳລັງຄວາມສາມາດປ່ຽນແປງໃໝ່ໂກຍສັງລວມຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ