ຍຸດໂທບາຍທີ່ຖືກຕ້ອງ ແລະ ການສະໜັບ ສະໜູນສາກົນ ສ້າງໄຊຊະນະໃນການເຈລະຈາ

ຍຸດໂທບາຍທີ່ຖືກຕ້ອງ ແລະ ການສະໜັບ ສະໜູນສາກົນ ສ້າງໄຊຊະນະໃນການເຈລະຈາ - ảnh 1
(ທ່ານ​ນາງອະດີ​ດຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນ​ທິບິ່ງ)

(vovworld) -     “​ໄຊຊະນະ​ຂອງ​ຫວຽດນາມ ທີ່​ກອງ​ປະຊຸມ​ປາຣີ ​ແມ່ນພະຍານຫຼັກ​ຖານ​ ກ່ຽວກັບ​ຄວາມ​ຖືກຕ້ອງ, ສະຫຼາດ​ສ່ອງ​ໄສ​ຂອງ​ແນວທາງ, ຍຸດ​ໂທ​ບາຍ​ຂອງ​ພື້ນຖານ​ທາງ​ດ້ານ​ການ​ທູດ​ຫວຽດນາມ ພາຍ​ໃຕ້​ການ​ນຳພາ​ຂອງທ່ານ​ປະທານ​ໂຮ່ຈິ​ມິນ ​ແລະ ກົມ​ການ​ເມືອງ”. ທ່ານ​ນາງອະດີ​ດຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນ​ທິບິ່ງ, ຫົວໜ້າ​ຄະນະ​ເຈລະຈາ​ຂອງ​ລັດຖະບານປະຕິວັດຊົ່ວຄາວສາທາລະນະ​ລັດພາກ​ໃຕ້​ຫວຽດນາມ ທີ່​ການ​ເຈລະຈາ​ປາ​ຣີ ​ໄດ້​ຢືນຢັນ​ຄື​ດັ່ງກ່າວ​ໃນ​ບົດ​ປາ​ໄສ​ກ່າວ​ທີ່​ພິທີ​ໂຮມ​ຊຸມ​ນຸມມິດ​ຕິງ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ການ​ເຊັນ​ສົນທິສັນຍາ​ປາຣີ, ​ເຊິ່ງດຳ​ເນີນ​ໄປ​ໃນ​ວັນ​ທີ 25/01. ທ່ານ​ນາງອະດີ​ດຮອງ​ປະທານ​ປະ​ເທດ​ ຫງວຽນ​ທິບິ່ງ ​ເນັ້ນ​ໜັກ​ວ່າ.

        “2 ຄະນະ​ເຈລະຈາ​ພວກ​ຂ້າພະ​ເຈົ້າ​ໄດ້​ປະຕິບັດ​ຄຳ​ຊີ້​ນຳ​ຂອງ​ກົມ​ການ​ເມືອງ​ຢ່າງ​ເຂັ້ມ​ງວດ: ​ໃນ​ການ​ຕໍ່ສູ້ ຍາມ​ໃດ​ກໍ​ຮັກສາ​ຫຼັກ​ໝັ້ນ, ຫຼັກ​ການ; ​ໃນ​ແຕ່​ລະບາດ​ກ້າວ​ເດີນ​ກໍ​ຮູ້​ວິທີ​ນິ້ມ​ນວນ​ອອ່ນ​ໂຍນ ​ແລະ ມີ​ໄຫວ​ພິບ. ສິ່ງ​ທັງ​ໝົດ​ດັ່ງກ່າວ​ນັ້ນ ​ແມ່ນ​ເພື່ອ​ແນ​ໃສ່​ປະຕິບັດ​ຈຸດໝາຍ​ສຸດ​ທ້າຍ​ແມ່ນ ອາ​ເມ​ລິ​ກາ ຕ້ອງ​ຖອນ​ທະຫານ​ທັງ​ໝົດ, ທະ​ຫານ​ຫວຽດນາມ ຢູ່​ກັບ​ທີ່, ບັນດາ​ສິດ​ເປັນ​ພື້ນຖານ​ຂອງ​ປະຊາຊົນ​ຫວຽດນາມ ຕ້ອງ​ໄດ້​ຮັບ​ການ​ຮັບປະກັນ,ປະ​ເທດ ຫວຽດນາມ ​ແມ່ນ​ຂອງ​ຊາວ​ຫວຽດນາມ. ຢູ່​ທີ່​ນີ້, ການ​ຕໍ່ສູ້​ບໍ່​ນຳ​ໃຊ້​ອາວຸດ, ຫາກ​ໃຊ້​ເຈດ​ຈຳນົງທີ່ຫຍຸ້ງຍາກ, ລຳບາກ​ທີ່​ສຸດ.

        ​ໃນ​ໄຊຊະນະ​ຂອງ​ຫວຽດນາມ ​ທີ່​ການ​ເຈລະຈາ​ສັນຍາ​ປາຣີ ກ່ອນ​ນີ້ 40 ປີ, ​ແມ່ນ​ຕ້ອງ​ເຕື້ອງ​ ​ເຖິງ​ການ​ສະ​ໜັບສະ​ໜູນຢ່າງ​ສຸດ​ຈິດ​ສຸດ​ໃຈ​ຂອງເພື່ອນ​ມິດສາ​ກົນ, ບັນດາ​ຜູ້​ທີ່​ຮັກ​ຫອມ​ສັນຕິພາບ​ໃນ​ໂລກ. ທ່ານ​ນາງອະດີ​ດຮອງ​ປະທານ​ປະ​ເທດ​ ຫງວຽນ​ທິບິ່ງ ​ຊີ້​ແຈ້ງວ່າ.

        “ພວກ​ເຮົາ​​ເຕື້ອງເຖິງ​ປະຊາຊົນນັບລ້ານໆ​ຄົນ​ໃນ​ໂລກ, ຂະ​ບວນການ​ຕໍ່ສູ້​ຕ້ານ​ອາ​ເມ​ລິ​ກາ ດ້ວຍ​ຫຼາຍ​ຮູບ​ຫຼາຍ​ແບບ ​ເຊິ່ງ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ໄຊຊະນະ​ຂອງ​ປະຊາຊົນ. ປະຊາຊົນ​ຫວຽດນາມ ຈົດ​ຈຳນ້ຳ​ໃຈ, ການ​ສະໜັບສະໜູນ​ອັນ​ລ້ຳ​ຄ່າ​ຂອງ​ເພື່ອນ​ມິດສາ​ກົນ​ໃນ​ທົ່ວ​ໂລກ​ຕະຫຼອດ​ໄປ. ຂ້າພະ​ເຈົ້າ​ຢາກ​ເວົ້າ​ເຖິງ​ຂະ​ບວນການ​ສາມັກຄີ​ຫວຽດນາມ ຂອງ​ປະຊາຊົນ​ຝລັ່ງ, ດ້ວຍ​ການ​ເຂົ້າ​ຮ່ວມ​ທີ່​ສຸດ​ຈິດ​ສຸດ​​ໃຈ ​ແລະ ​​ແຂງ​ແຮງ​ຂອງພັກ​ກອມ​ມູນິດ​ຝລັ່ງ, ບັນດາ​ພັກ​ຝ່າຍ​ການ​ເມືອງ​ອື່ນໆ, ບັນດາ​ອົງການ​ຈັດ​ຕັ້ງ​ມະຫາຊົນ, ​ໄວ​ໜຸ່ມ, ​ແມ່ຍິງ, ກຳມະບານ, ນັກ​ປັນຍາ​ຊົນ, ສາສະໜາ ​ແລະ ນັບ​ທັງ​ລັດຖະບານ​ຝລັ່ງ ​ທີ່​ໄດ້​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂອງ​ກອງ​ປະຊຸມ​ປາຣີ”.

        ​ແລະ​ກໍ​ເນື່ອງ​ໃນ​ໂອກາດ​ນີ້, ພິທີ່​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ປາຣີ ກໍ​ໄດ້​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 24/01, ຢູ່​ຝລັ່ງ. ນະ​ພິທີ່​ທ່ານ​ເອກ​ອັກ​ຄະ​ລັດຖະທູດ​ຫວຽດນາມ ປະຈຳ​ຝລັ່ງ ​ເຢືອງຈິ໋ຢຸງ ​​ໄດ້​ຊີ້​ໃຫ້​ເຫັນ​ຄວາມ​ໝາຍ​ປະຫວັດສາດ​ຂອງ​ສັນຍາ​ປາຣີ ຢຸດຕິ​ສົງຄາມ ​ແລະ ສ້າງສັນ​ຕິ​ພາບ​ຄືນ​ໃໝ່​ຢູ່​ຫວຽດນາມ.

ຂ່າວ/ບົດ​ອື່ນ