ຍຶດໝັ້ນປະຕິບັດບັນດາຫຼັກການໃນການປ້ອງກັນ ແລະ ສະກັດກັ້ນໂລກລະບາດ ໂຄວິດ-19 ຢູ່ຫວຽດນາມ

(VOVWORLD) -ຕ້ອງຍຶດໝັ້ນປະຕິບັດບັນດາຫຼັກການ: ສະກັດກັ້ນ, ຄົ້ນພົບ, ແຍກຕົວ, ລ້ອມເຂດ, ດັບມອດ ໃນການປ້ອງກັນ ແລະ ສະກັດກັ້ນໂລກລະບາດ ໂຄວິດ-19 ຢູ່ຫວຽດນາມ
ຍຶດໝັ້ນປະຕິບັດບັນດາຫຼັກການໃນການປ້ອງກັນ ແລະ ສະກັດກັ້ນໂລກລະບາດ ໂຄວິດ-19 ຢູ່ຫວຽດນາມ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ວູ້ດຶກດາມ ເປັນປະທານກອງປະຊຸມ

ນີ້ແມ່ນຄຳຢືນຢັນຂອງບັນດາສະມາຊິກໃນຄະນະຊີ້ນຳແຫ່ງຊາດກ່ຽວກັບການ ປ້ອງກັນ ແລະ ສະກັດກັ້ນໂລກລະບາດ ໂຄວິດ-19 ທີ່ກອງປະຊຸມອອນລາຍຂອງຄະນະເມື່ອຕອນເຊົ້າວັນທີ 8 ເມສາຢູ່ຮ່າໂນ້ຍ.

      ຕາມຄະນະຊີ້ນຳແຫ່ງຊາດກ່ຽວກັບການ ປ້ອງກັນ ແລະ ສະກັດກັ້ນໂລກລະບາດ ໂຄວິດ-19 ແລ້ວ, ປະຈຸບັນ ຫວຽດນາມພວມສາມາດຄວມຄຸມໂລກລະບາດຕາມແຜນການທີ່ໄດ້ຄາດຄະເນ ແລະ ໃນໄລຍະທີ່ຈະມາເຖິງ ຈະປະກົດມີບັນດາກໍລະນີຕິດເຊື້ອພະຍາດໃນເຂດຊຸມຊົນ, ພິເສດໃນໄລຍະນີ້ ຕ້ອງເອົາໃຈໃສ່ເຖິງການຄົ້ນພົບບັນດາກໍລະນີຕິດແປດໃນເຂດຊຸມຊົນ ແລະ ຖືວ່າ ນີ້ແມ່ນແຫຼ່ງກຳເນີດໂລກພະຍາດເພື່ອປະຕິບັດມາດຕະການແຍກຕົວ, ລ້ອມເຂດ. ດັ່ງນັ້ນ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆຕ້ອງປະຕິບັດຢ່າງຂ້ຽວຂາດ, ບໍ່ຄວນປະໝາດ, ພິເສດ ຄວນປະຕິບັດການແຍກຕົວໃນສັງຄົມຢ່າງຂ້ຽວຂາດ, ຄົ້ນພົບໃນເຂດຊຸມຊົນ ບັນດາແຫຼ່ງກຳເນີດເຊື້ອພະຍາດເພື່ອແກ້ໄຂຢ່າງທັນການ

ຕອບກັບ

ຂ່າວ/ບົດ​ອື່ນ