ຍື່ນບັນຊີລາຍຊື່ຜູ້ໄດ້ຮັບສະເໜີອອກເລືອກຕັ້ງເປັນຮອງປະທານສະພາແຫ່ງຊາດແລະກຳມະການຄະນະປະຈຳສະພາແຫ່ງຊາດ

ຍື່ນບັນຊີລາຍຊື່ຜູ້ໄດ້ຮັບສະເໜີອອກເລືອກຕັ້ງເປັນຮອງປະທານສະພາແຫ່ງຊາດແລະກຳມະການຄະນະປະຈຳສະພາແຫ່ງຊາດ - ảnh 1
​ສືບ​ຕໍ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 11 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13
(ພາບ: NguyenDan/TTXVN)

(vovworld) - ​ໂດຍ​ສືບ​ຕໍ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 11 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13, ຕອນ​ເຊົ້າ​ວັນ​ທີ 04/04, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຍື່ນສະ​ເໜີ​ບັນຊີ​ລາຍ​ຊື່ ​ເພື່ຶອ​ໃຫ້​ສະພາ​ແຫ່ງ​ຊາດ​ເລືອກ​ຕັ້ງ ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ 2 ທ່ານ ​ແລະ ສະມາຊິກ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ບາງ​ທ່ານ. ຕາມ​ໃບ​ສະ​ເໜີ​ແລ້ວ: ທ່ານ ​ໂດ​ບ໋າ​ຕິ້ ລັດຖະມົນຕີຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ, ​ເສນາ​ທິການ​ໃຫຍ່​ກອງທັບ​ປະຊາຊົນ ຫວຽດນາມ ​ແລະ ທ່ານ ຟູ​ງກ໋ວກຫຽນ (​ເຊິ່ງ​ສະພາ​ແຫ່ງ​ຊາດ​ຫາ​ກໍ່ດຳເນີນການພົ້ນ​ຕຳ​ແໜ່​ງ​ເປັນ​ຫົວໜ້າ​ກຳມາ​ທິການ​ການ​ເງິນ - ງົບປະມານ) ​ໄດ້​ຮັບ​​ແຕ່ງຕັ້ງ​ດຳ​ລົງ​ຕຳ​ແໜ່​ງ​ເປັນ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ. ​ໃບ​ສະ​ເໜີ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ກໍ່​ແນະນຳ​ບຸກຄະລາ​ກອນ ​ເພື່ອ​ເລືອກ​ຕັ້ງກຳມະການ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ 7 ທ່ານ.

        ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ສະພາ​ແຫ່ງ​ຊາດ​ຮັບ​ຟັງ​ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ອ່ານ​ໃບ​ສະ​ເໜີ​ສະພາ​ແຫ່ງ​ຊາດ​ໃຫ້​ສັດຕະຍາບັນຈົດໝາຍທາງ​ການ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ອອກວີ​ຊາ​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ.

ຂ່າວ/ບົດ​ອື່ນ