ຍື່ນສະເໜີກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4, ສະພາ ແຫ່ງຊາດ ຊຸດທີ 15

(VOVWORLD) -ຕໍ່ໜ້າການສະເໜີຂອງລັດຖະບານທີ່ຍັງບໍ່ທັນຍື່ນສະເໜີຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ທີ່ກອງປະຊຸມຄັ້ງທີ 3 ສະພາແຫ່ງຊາດຊຸດທີ 15, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດີງເຫ້ວ ໄດ້ສະເໜີເລື່ອນໄປກອງປະຊຸມສະໄໝໜຶ່ງ ແລະ ຍື່ນສະເໜີຕໍ່ກອງປະຊຸມສະພາແຫ່ງຊາດເທື່ອທີ່ 4,  ຈາກນັ້ນຈະມີບາດກ້າວເດີນ ຕໍ່ໄປ.
ຍື່ນສະເໜີກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4, ສະພາ ແຫ່ງຊາດ ຊຸດທີ 15 - ảnh 1ທ່ານຮອງປະທານສະພາແຫ່ງຊາດ ຫງວຽນຄັກດີ້ງ ກ່າວຄຳເຫັນ

     ໂດຍສືບຕໍ່ໂຄງການດຳເນີນງານກອງປະຊຸມຄັ້ງທີ 10, ຕອນເຊົ້າວັນທີ 16 ເມສາ, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ຮ່າງໂຄງການສ້າງກົດໝາຍ,ລັດຖະບັນຍັດປີ 2023, ປັບປຸງໂຄງການສ້າງກົດໝາຍ ແລະ ລັດຖະບັນຍັດໃນປີ 2022. ໃບຍື່ນສະເໜີ ຂອງລັດຖະບານທີ່ສະເໜີນຳຮ່າງກົດໝາຍ 15 ສະບັບເຂົ້າໃນແຜນງານປີ 2023. ລະອຽດແມ່ນ ໃນກອງປະຊຸມສະໄໝສາມັນເທື່ອທີ 5 ຄາດວ່າຈະພິຈາລະນາຮ່າງກົດໝາຍ 9 ສະບັບ.   ສ່ວນທີ່ກອງປະຊຸມຄັ້ງທີ 6 ຈະພິຈາລະນາຮ່າງກົດໝາຍ 4 ສະບັບ ແລະ ປະກອບຄຳເຫັນໃສ່ບັນດາບັນຫາທີ່ກ່ຽວຂ້ອງເຖິງກົດໝາຍວ່າດ້ວຍສຳເນົາ ເອກະສານ (ສະບັບປັບປຸງ); ກົດໝາຍວ່າດ້ວຍ ການປະກັນສັງຄົມ (ສະບັບປັບປຸງ).

       ຕໍ່ໜ້າການສະເໜີຂອງລັດຖະບານທີ່ຍັງບໍ່ທັນຍື່ນສະເໜີຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ທີ່ກອງປະຊຸມຄັ້ງທີ 3 ສະພາແຫ່ງຊາດຊຸດທີ 15, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດີງເຫ້ວ ໄດ້ສະເໜີເລື່ອນໄປກອງປະຊຸມສະໄໝໜຶ່ງ ແລະ ຍື່ນສະເໜີຕໍ່ກອງປະຊຸມສະພາແຫ່ງຊາດເທື່ອທີ່ 4,  ຈາກນັ້ນຈະມີບາດກ້າວເດີນ ຕໍ່ໄປ.

   ທີ່ວາລະປະຊຸມເມື່ອຕອນບ່າຍຂອງວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການປ້ອງກັນ ແລະ ຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວ (ສະບັບປັບປຸງ).

ຕອບກັບ

ຂ່າວ/ບົດ​ອື່ນ