ຍື່ນສະເໜີສະພາແຫ່ງຊາດຮັບຮອງເອົາຮ່າງກົດໝາຍວ່າດ້ວຍຫົວໜ່ວຍບໍລິຫານ - ເສດຖະກິດພິເສດ

(VOVWORLD) - ບົນພື້ນຖານກ່ຽວພັນກັບກົດໝາຍທີ່ມີຢູ່ແລ້ວ, ທຳນຽມສາກົນ ແລະ ຕີລາຄາຜົນກະທົບຂອງເຂດພິເສດ, ສະພາຈະດຳເນີນການປະເມີນຜົນ, ປັບປຸງແຕ່ລະແຜນຮ່າງສ້າງຕັ້ງຫົວໜ່ວຍບໍລິຫານ - ເສດຖະກິດພິເສດສຳເລັດ.
ຍື່ນສະເໜີສະພາແຫ່ງຊາດຮັບຮອງເອົາຮ່າງກົດໝາຍວ່າດ້ວຍຫົວໜ່ວຍບໍລິຫານ - ເສດຖະກິດພິເສດ - ảnh 1ອ່າວ ເວີນຟອງ - ແຄ໋ງຮ່ວາ (ພາບອິນເຕີແນັດ)

ໃນຕອນບ່າຍວັນທີ 4 ມັງກອນ, ສະພາປະເມີນຜົນຂອງຄະນະແຜນຮ່າງສ້າງຕັ້ງບັນດາເຂດພິເສດໂດຍທ່ານ ເລຫວີງເຕີນ ລັດຖະມົນຕີກະຊວງພາຍໃນ ນຳ ໜ້າ, ມີການເຮັດວຽກກັບການນຳແຂວງ ແຄ໋ງຮ່ວາ ກ່ຽວກັບການຄາດຄະເນສ້າງຕັ້ງຫົວໜ່ວຍບໍລິຫານ - ເສດຖະກິດພິເສດ (ເອີ້ນຫຍໍ້ວ່າ ເຂດພິເສດ) ບັ໋ກເວີນຟອງ - ແຂວງ ແຄ໋ງຮ່ວາ.

        ທີ່ການເຮັດວຽກ, ທ່ານ ລັດຖະມົນຕີກະຊວງພາຍໃນ ເລຫວີງເຕີນ ຖືວ່າການສ້າງຫົວໜ່ວຍບໍລິຫານ - ເສດຖະກິດພິເສດ ແມ່ນບັນຫາໃໝ່ສົມຄວນຢູ່ ຫວຽດນາມ. ບົນພື້ນຖານກ່ຽວພັນກັບກົດໝາຍທີ່ມີຢູ່ແລ້ວ, ທຳນຽມສາກົນ ແລະ ຕີລາຄາຜົນກະທົບຂອງເຂດພິເສດ, ສະພາຈະດຳເນີນການປະເມີນຜົນ, ປັບປຸງແຕ່ລະແຜນຮ່າງສ້າງຕັ້ງຫົວໜ່ວຍບໍລິຫານ - ເສດຖະກິດພິເສດສຳເລັດ. ທ່ານ ລັດຖະມົນຕີກະຊວງ ເລຫວີງເຕີນ ໃຫ້ຮູ້ວ່າ: ສະພາປະເມີນຜົນພວມດຳເນີນການສຳຫຼວດຢູ່ບັນດາທ້ອງຖິ່ນເພື່ອປັບປຸງບັນດາຊຸດຄາດໝາຍໃຫ້ສຳເລັດ, ຈາກນັ້ນຈະລາຍງານຕໍ່ລັດຖະບານ, ຍື່ນສະເໜີກົມການເມືອງ, ສູ້ຊົນໃນປີ 2018 ຈະຍື່ນສະເໜີສະພາແຫ່ງຊາດຮັບຮອງເອົາຮ່າງກົດໝາຍວ່າດ້ວຍຫົວໜ່ວຍບໍລິຫານ - ເສດຖະກິດພິເສດ:

        “ດ້ວຍວິວັດການເຮັດວຽກແຕ່ນີ້ຮອດເດືອນພຶດສະພາ, ຍັງມີວຽກງານຫຼາຍຢ່າງອີກ. ວຽກງານສຳຫຼວດຄັ້ງນີ້ພຽງແຕ່ແມ່ນເນື້ອໃນທີ 6 ໃນ 12 ວຽກງານເຊິ່ງສະພາປະເມີນຜົນຕ້ອງເຮັດ. ຫາກໍ່ໄປໄດ້ເຄິ່ງໄລຍະທາງເທົ່ານັ້ນ. ຍັງຕ້ອງຈັດຕັ້ງກອງປະຊຸມສຳມະນາ, ການພົບປະເຈລະຈາ, ຈັດຕັ້ງການປະເມີນຜົນ, ບົດລາຍງານຕໍ່ລັດຖະບານ, ກົມການເມືອງ… ສຸດທ້າຍແມ່ນຈະປັບປຸງຊຸດສຳເນົາເພື່ອໃຫ້ລັດຖະບານຍື່ນສະເໜີຕໍ່ສະພາແຫ່ງຊາດ.”

        ພາຍຫຼັງກົມການເມືອງເຫັນດີໃຫ້ສ້າງຕັ້ງ 3 ຫົວໜ່ວຍບໍລິຫານ - ເສດຖະກິດພິເສດ, ແຂວງ ແຄ໋ງຮ່ວາ ໄດ້ຮີບເຮັ່ງສ້າງແຜນຮ່າງດັດປັບອານາເຂດບໍລິຫານເມືອງ ວ້ານນີງ ເພື່ອສ້າງຕັ້ງຫົວໜ່ວຍບໍລິຫານ - ເສດຖະກິດພິເສດ ບັ໋ກເວີນຟອງ.

ຕອບກັບ

ຂ່າວ/ບົດ​ອື່ນ