ຍີ່​ປຸ່ນ ກະ​ຕຸກ​ຊຸກ​ຍູ້ ອີ​ຣານ ກັບ​ຄືນ​ສູ່​ຂໍ້​ຕົກ​ລົງ​ນິວ​ເຄຼຍ JCPOA

(VOVWORLD) -ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Toshimitsu Motegi ໄດ້ກະຕຸກຊຸກຍູ້ທ່ານປະທານາທິບໍດີ ອີຣານ Ebrahim Raisi  ກັບຄືນສູ່ຂໍ້ຕົກລົງຫຼາຍຝ່າຍກ່ຽວກັບໂຄງການນິວເຄຼຍຂອງ ອີຣານ ໂດຍມີຊື່ວ່າ ແຜນການດຳເນີນງານຮ່ວມຮອບດ້ານ (JCPOA). 
ຍີ່​ປຸ່ນ ກະ​ຕຸກ​ຊຸກ​ຍູ້ ອີ​ຣານ ກັບ​ຄືນ​ສູ່​ຂໍ້​ຕົກ​ລົງ​ນິວ​ເຄຼຍ JCPOA - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Toshimitsu Motegi  (ພາບ: EPA)

ວັນທີ 22 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Toshimitsu Motegi ໄດ້ກະຕຸກຊຸກຍູ້ທ່ານປະທານາທິບໍດີ ອີຣານ Ebrahim Raisi  ກັບຄືນສູ່ຂໍ້ຕົກລົງຫຼາຍຝ່າຍກ່ຽວກັບໂຄງການນິວເຄຼຍຂອງ ອີຣານ ໂດຍມີຊື່ວ່າ ແຜນການດຳເນີນງານຮ່ວມຮອບດ້ານ (JCPOA). ທ່ານ Toshimitsu Motegi ໄດ້ຍົກອອກຄຳຮຽກຮ້ອງດັ່ງກ່າວ ໃນການພົບປະກັບທ່ານປະທານາທິບໍດີ Ebrahim Raisi  ຢູ່ນະຄອນຫຼວງ ເຕເຮຣານ ຂອງ ອີຣານ.

        ທ່ານ Toshimitsu Motegi ພວມເດີນທາງໄປຢ້ຽມຢາມບັນດາປະເທດຕາເວັນອອກກາງ. ວັນທີ 21 ສິງຫາ, ທ່ານ Toshimitsu Motegi ໄດ້ເດີນທາງໄປຍັງ ອີຣັກ ແລະ ມີການພົບປະກັບຄູ່ຕຳແໜ່ງ ອີຣັກ Fouad Hussein ຢູ່ Baghdad, ພົບປະກັບ ທ່ານປະທານາທິບໍດີ ອີຣັກ  Barham Salih  ແລະ ບັນດາເຈົ້າໜ້າທີ່ຂັ້ນສູງຂອງ ອິີຣັກ.

        ໃນວັນທີ 22 ສິງຫາ, ທ່ານ Hossein Amir Abdollahian ຜູ້ຖືກບົ່ງຕົວເປັນລັດຖະມົນຕີການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ ປະເທດນີ້ ພ້ອມແລ້ວທີ່ຈະເຂົ້າຮ່ວມການເຈລະຈານິວເຄຼຍ ຖ້າຫາກເຫັນວ່າ ການເຈລະຈາມີຄວາມເໝາະສົມ ແລະ ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນປະເທດນີ້.


ຕອບກັບ

ຂ່າວ/ບົດ​ອື່ນ