ຍີ່ປຸ່ນ ຄັດຄ້ານ ຈີນ ສຳຫລວດທະເລຢູ່ອ້ອມແອ້ມເກາະ Okinotori

(VOVWORLD) - ຕາມແຫຼ່ງຂ່າວຈາກລັດຖະບານ ຍີ່ປຸ່ນ ແລ້ວ, ວັນທີ 03 ມັງກອນ, ປະເທດນີ້ໄດ້ສົ່ງຈົດໝາຍທາງການທູດຄັດຄ້ານ ຈີນ ທີ່ມີການເຄື່ອນໄຫວສຳຫລວດທະເລ ເຊິ່ງບໍ່ໄດ້ຮັບອະນຸຍາດຈາກ ຍີ່ປຸ່ນ ຢູ່ອ້ອມແອ້ມເກາະຫີນປະກາລັງ  Okinotori ຢູ່ປາຊີຟິກຕາເວັນຕົກ

ເຊິ່ງ ໂຕກຽວ ໄດ້ຖະແຫຼງວ່າ ແມ່ນຈຸດພື້ນຖານໃຫ້ເຂດເສດຖະກິດຈຳເພາະ (EEZ) ມີຂອບເຂດກ່ວາ 320 ກິໂລແມັດ ຂອງປະເທດນີ້. ໂຕກຽວ ມີການກະທຳດັ່ງກ່າວ, ພາຍຫລັງວັນທີ 18 ທັນວາ 2018, ເມື່ອກຳລັງປ້ອງກັນຝັ່ງທະເລ ຍີ່ປຸ່ນ ໄດ້ພົບເຫັນກ່ຳປັ່ນຄົ້ນຄວ້າລຳໜຶ່ງຂອງ ຈີນ ເຄື່ອນໄຫວຢູ່ເຂດທະເລໃກ້ກັບເກາະນ້ອຍແຫ່ງນີ້. ກ່ຳປັ່ນ ຈີນ ໄດ້ອະທິບາຍກັບອົງການປ້ອງກັນຄວາມປອດໄພໃນການເດີນເຮືອຂອງ ຍີ່ປຸ່ນ ວ່າ: ເຂົາເຈົ້າກຳລັງ “ດຳເນີນການຄົ້ນຄວ້າມະຫາສະໝຸດຢູ່ເຂດທະເລນອກຝັ່ງ”.

        ເກາະ Okinotori ຕັ້ງຢູ່ລະຫວ່າງກາງຜືນແຜ່ນດິນ ໄຕ້ຫວັນ (ຈີນ) ແລະ ເກາະ Guam ຂຶ້ນກັບ ອາເມລິກາ, ແມ່ນຈຸດເຂດນ້ຳແດນດິນໃຕ້ຂອງ ຍີ່ປຸ່ນ, ຫ່າງຈາກນະຄອນຫລວງ ໂຕກຽວ  ໄປທາງທິດໃຕ້ 1.700 ກີໂລແມັດ.

ຕອບກັບ

ຂ່າວ/ບົດ​ອື່ນ