ຍີ່ປຸ່ນ ຄັດຄ້ານ ເລື່ອງຈີນປິ່ນ Rada ໃສ່ກຳປັ່ນຂອງຍີ່ປຸ່ນ

ຍີ່ປຸ່ນ ຄັດຄ້ານ ເລື່ອງຈີນປິ່ນ Rada ໃສ່ກຳປັ່ນຂອງຍີ່ປຸ່ນ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຍີ່​ປຸ່ນ Shinzo Abe
ພາບ: internet

(vovworld) - ວັນ​ທີ 6/2,  ທ່ານ​ນາຍົກລັດຖະມົນຕີ ຍີ່​ປຸ່ນ Shinzo Abe ​ໄດ້​ກ່າວ​ປະນາມ​ເລື່ອງ​ກຳ​ປັ່ນ​ຮົບ​ລຳ​ຫນຶ່ງ​ຂອງ​ຈີນປິ່ນ rada ບັນຊາກຳລັງ​ໄຟ​ໃສ່​ກຳ​ປັ່ນ​ຂັບ​ໄລ່​ຂຶ້ນ​ກັບ​ກຳລັງ​ປ້ອງ​ກັນ​ຢູ່​ທະ​ເລ​ຂອງ ຍີ່​ປຸ່ນ ຢູ່ ​ເຂດ​ທະ​ເລ​ຮວາ​ຕູ​ງ. ກ່າວ​ຄຳ​ເຫັນ​ທີ່​ວາລະ​ປະຊຸມ​ຂອງ​ສະພາ​ສູງ, ທ່ານ​ນາຍົກລັດຖະມົນຕີ Shinzo Abe ຢືນຢັນ​ວ່າ: ນີ້​ແມ່ນ​ການ​ກະທຳ​ພຽງ​ຝ່າຍ​ດຽວ, ມີ​ລັກສະນະ​ເກາະ​ຜິດ. ທ່ານ Abe ຮຽກຮ້ອງ​ໃຫ້​ຝ່າຍ​ຈີນ ຈົ່ງ​ລະງັບ​ໃຈ​ເພື່ອ​ບໍ່​ປະໃຫ້​ສະພາບ​ການ​ບໍ່​ເກີດ​ຄວາມ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ ພ້ອມ​ກັນ​ນັ້ນສອງ​ປະ​ເທດ​ຄວນ​ຄຳນຶງ​ເຖິງ​ຫລັກການ​ພົວພັນ​ຍຸດ​ທະ​ສາດ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ. ຄຳ​ຖະ​ແຫລ​ງດັ່ງກ່າວ​ຖືກ​ຍົກ​ອອກ​ພາຍຫລັງ​ມື້ຫນຶ່ງທີ່ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຍີ່​ປຸ່ນ  Itsunori Onodera ຮັບ​ຮູ້​ວ່າ ມີ​ກຳ​ປັ່ນ​ກອງທັບ​ເຮືອ​ຂອງ​ຈີນ ປິນ rada ບັນຊາ​ກຳລັງ​ໄຟ​ໃສ່​ກຳ​ປັ່ນ​ຂັບ​​ໄລ່​ຂອງ​ຍີ່​ປຸ່ນ. ​ໃນ​ວັນ​ດຽວ​ກັນ ສຳນັກ​ຂ່າວສານ Kyodo ​ໄດ້​ຄັດ​ຄຳ​ເວົ້າ​ຂອງ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຈີນ ທີ່ຖື​ວ່າ: ​ເລື່ອງ​ປິນ rada ​ໃສ່​ກຳ​ປັ່ນ ຍີ່​ປຸ່ນ ​ແມ່ນ​ການ​ກະທຳ​ທີ່​ເປັນເອກະລາດ​ຂອງ​ທະຫານ​ຈີນ.

 

ຂ່າວ/ບົດ​ອື່ນ