ຍີ່ປຸ່ນ, ຈີນ ເຫັນດີເປັນເອກະພາບຊຸກຍູ້ການເຊື່ອມຕໍ່ເຄື່ອນໄຫວໄປມາລະຫວ່າງ 2 ປະເທດຄືນໃໝ່

(VOVWORLD) - ວັນທີ 29 ກໍລະກົດ, ຍີ່ປຸ່ນ ແລະ ຈີນ ໄດ້ເຫັນດີເປັນເອກະພາບຕໍ່ການຮ່ວມມືມຸ່ງໄປເຖິງເລື່ອງເຊື່ອມຕໍ່ຄືນໃໝ່ການເຄື່ອນໄຫວໄປມາລະຫວ່າງ 2 ປະເທດ ເຊິ່ງຖືກໂຈະໄວ້ ຍ້ອນເກີດໂລກລະບາດໂຄວິດ-19.
ຍີ່ປຸ່ນ, ຈີນ ເຫັນດີເປັນເອກະພາບຊຸກຍູ້ການເຊື່ອມຕໍ່ເຄື່ອນໄຫວໄປມາລະຫວ່າງ 2 ປະເທດຄືນໃໝ່ - ảnh 1  ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Toshimitsu Motegi ແລະ ຄູ່ຕຳແໜ່ງ ຈີນ ຫວາງອີ (ພາບ: SCMP)

        ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Toshimitsu Motegi ໄດ້ປຶກສາຫາລືບັນຫາດັ່ງກ່າວກັບຄູ່ຕຳແໜ່ງ ຈີນ ຫວາງອີ ຜ່ານທາງໂທລະສັບ. 2 ຝ່າຍໄດ້ເຫັນດີເປັນເອກະພາບຊຸກຍູ້ການເຊື່ອມຕໍ່ຄືນໃໝ່ການເຄື່ອນໄຫວໄປມາລະຫວ່າງ 2 ປະເທດ “ຍິ່ງໄວກໍ່ຍິ່ງດີ”. ນອກນັ້ນ, ທ່ານລັດຖະມົນຕີ Motegi ຢ້ຳຄືນຄວາມວິຕົກກັງວົນກ່ຽວກັບເລື່ອງບັນດາກ່ຳປັ່ນລາດຕະເວນຂອງ ຈີນ ໄດ້ເຂົ້າໄປເຂດນ່ານທະເລຂອງ ຍີ່ປຸ່ນ ຫລາຍເທື່ອແລ້ວທີ່ຢູ່ອ້ອມແອ້ມໝູ່ເກາະທີ່ເກີດການຂັດແຍ້ງກັນ ເຊິ່ງໂຕກຽວ ຄຸ້ມຄອງ ແລະ ເອີ້ນວ່າ Senkaku ໃນຂະນະນທີ່ ປັກກິງ ເອີ້ນວ່າ ຕຽວອີ. ທ່ານ Motegi ກໍ່ສະແດງຄວາມວິຕົກກັງວັນກ່ຽວກັບສະພາບການຢູ່ເຂດປົກຄອງພິເສດ ຮົ່ງກົງ ຂອງ ຈີນ ພາຍຫລັງກົດໝາຍວ່າດ້ວຍຄວາມໝັ້ນຄົງແຫ່ງຊາດສະບັບໃໝ່ ໄດ້ປະກາດໃຊ້.

ຕອບກັບ

ຂ່າວ/ບົດ​ອື່ນ