ຍີ່ປຸ່ນ ຈັບເຮືອຫາປາ ຈີນ ທີ່ຫາປາຢ່າງຜິດ ກົດໝາຍ

ຍີ່ປຸ່ນ ຈັບເຮືອຫາປາ ຈີນ ທີ່ຫາປາຢ່າງຜິດ ກົດໝາຍ - ảnh 1
(ພາບປະກອບ)

(vovworld) -     ຕອນ​ບ່າຍ​ວັນ​ທີ 24/01, ກຳລັງ​ລາດ​ຕາ​ເວັນ​ຍີ່ປຸ່ນ ​ໄດ້​ຈັບ​ເຮືອ​ຫາ​ປາ​ຂອງ​ຈີນ ຍ້ອນຫາ​ປາຢ່າງ​ຜິດ​ກົດໝາຍ​ຢູ່​ເຂດຂອກ​ຝັ່ງ​ທະ​ເລ​ແຂວງ Nagasaki, ທາງ​ທິດຕາ​ເວັນ​ຕົກ​ສ່ຽງໃຕ້​ຍີ່ປຸ່ນ. ຫົວ​ໜ້າກົງ​ສູນ​ໃຫຍ່​ຈີນ ປະຈຳ​ແຂວງ Fukuoka ​ໃຫ້​ຮູ້​ວ່າ, ກໍ່າ​ປັ່ນ​ຫາ​ປາ​ດັ່ງກ່າວ ​ໄດ້​ຈົດ​ທະບຽນກວດກາ​ຢູ່​ແຂວງ ​ແຈຈຽງ, ຖືກ​ຈັບ​ຢູ່​ເຂດ​ທະ​ເລ​ເສດຖະກິ​ດພິ​ເສດ​ໃກ້​ກັບ​ນະຄອນ Goto ຂຶ້ນ​ກັບ​ແຂວງ Nagasaki. ລູກ​ເຮືອ​ລວມມີ 8 ຄົນ ລ້ວນ​ແຕ່​ຖື​ສັນຊາດ​ຈີນ. ກັບຕັນ​ຂອງ​ເຮືອ​ຫາ​ປາ​ນີ້​ໄດ້​ນຳ​ໄປ​ເຮືອ​ລາດ​ຕາ​ເວັນຂອງ​ຍີ່ປຸ່ນ ​ເພື່ອສໍ້​ຖາມ ແລະ ຈະ​ຖືກສົ່ງ​ໄປ​ທ່າ​ກໍ່າ​ປັ່ນ Hakata, ​ແຂວງ Fukuoka. ບັນດາ​ສະມາຊິກ​ອື່ນໆ ຂອງ​ກໍ່າ​ປັ່ນຍັງ​ຖືກ​ຮັກສາ​ໄວ້​ຢູ່​ບ່ອນ​​ເກີດ​ເຫດ. ກົງ​ສູນ​ໃຫຍ່​ສະຖານທູດ​ຈີນ ​ໄດ້​ເລັ່ງລັດ​ຝ່າຍ​ຍີ່ປຸ່ນ ຮັບປະ​ກັນ​ຄວາມ​ປອດ​ໄພ​ໃຫ້​​ແກ່​ບັນດາລູກ​ເຮືອ​ຂ​ອງ​ຈີນ.

ຂ່າວ/ບົດ​ອື່ນ