ຍີ່​ປຸ່ນ ​ຈະ​ເປັນ​​ປະ​ທານຮ່ວມກອງ​ປະ​ຊຸມ​ສຸດຍອດ​ກ່ຽວ​ກັບ​ວັກ​ຊິນ​ຜ່ານ​ທາງ​ອອນ​ລາຍ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide ແລະ ທ່ານລັດຖະມົນຕີການຕ່າງປະເທດ Motegi ຈະເຂົ້າຮ່ວມກອງປະຊຸມສຸດຍອດຜ່ານທາງອອນລາຍ ໂດຍ ສະຫະພັນ ວັກຊິນ Gavi ຈັດຕັ້ງ. 
ຍີ່​ປຸ່ນ ​ຈະ​ເປັນ​​ປະ​ທານຮ່ວມກອງ​ປະ​ຊຸມ​ສຸດຍອດ​ກ່ຽວ​ກັບ​ວັກ​ຊິນ​ຜ່ານ​ທາງ​ອອນ​ລາຍ - ảnh 1(ພາບປະກອບ: AFP/TTXVN)
ຍີ່ປຸ່ນ ຈະເປັນປະທານຮ່ວມກອງປະຊຸມສຸດຍອດທີ່ຈະຈັດຂຶ້ນດ້ວຍຮູບການທາງອອນລາຍໃນວັນທີ 2 ມິຖຸນາ ຈະມາເຖິງ ເພື່ອປຶກສາຫາລືກ່ຽວກັບວັກຊິນກັນພະຍາດໂຄວິດ -19, ໃນນັ້ນ ລວມມີເນື້ອໃນຮັບປະກັນການຈຳໜ່າຍວັກຊິນຢ່າງຍຸຕິທຳໃຫ້ບັນດາປະເທດພວມພັດທະນາ. ຕາມແຜນການແລ້ວ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide ແລະ ທ່ານລັດຖະມົນຕີການຕ່າງປະເທດ Motegi ຈະເຂົ້າຮ່ວມກອງປະຊຸມສຸດຍອດຜ່ານທາງອອນລາຍ ໂດຍ ສະຫະພັນ ວັກຊິນ Gavi ຈັດຕັ້ງ. ບັນດາຫົວຂໍ້ທີ່ຈະໄດ້ນຳສະເໜີລວມມີ ແຜນການມອບວັກຊິນກັນພະຍາດໂຄວິດ - 19 ຈຳນວນ 1,8 ຕື້ ໂດສ ເພື່ອສັກໃຫ້ປະມານ 30% ຈຳນວນປະຊາຊົນຂອງບັນດາປະເທດພວມພັດທະນາ. ການນຳບັນດາປະເທດຈະປຶກສາຫາລືກ່ຽວກັບແບບວິທີລະດົມທຶນ 1,7 ຕື້ USD ເພື່ອປະຕິບັດແຜນການດັ່ງກ່າວ.

        ກໍກ່ຽວຂ້ອງເຖິງບັນຫາວັກຊິນ, ວັນທີ 11 ພຶດສະພາ, ອີຣານ ແຈ້ງໃຫ້ຊາບວ່າ ເລີ່ມຜະລິດວັກຊິນກັນພະຍາດໂຄວິດ - 19 ເປັນຈຳນວນຫຼາຍໂດຍປະເທດນີ້ປຸງແຕ່ງເອງ. ຄາດວ່າ ນັບແຕ່ນີ້ຮອດວັນທີ 21 ພຶດສະພາ ອີຣານ ຈະຜະລິດວັກຊິນ COV – Iran Barekat ຈຳນວນ 1 ລ້ານໂດສ ແລະ ຈະສະໜອງໃຫ້ປະມານ 10 ລ້ານໂດສ ກ່ອນເດືອນ ມິຖຸນາ.


 

ຕອບກັບ

ຂ່າວ/ບົດ​ອື່ນ