ຍີ່ປຸ່ນ ຊຸກຍູ້​ການ​ດໍາ​ເນີນ​ການ​ເຈລະຈາ​​ສັນຍາ​ສັນຕິພາບ​ກັບ ລັດ​ເຊຍ

(VOVWORLD) -    ວັນທີ 7 ກຸມພາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໄດ້ໃຫ້ຄໍາໝັ້ນສັນຍາຊຸກຍູ້ບັນດາການເຈລະຈາສັນຍາສັນຕິພາບກັບ ລັດເຊຍ.

     ກ່າວຄໍາເຫັນທີ່ ໂຕກຽວ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ຢັ້ງຢືນວ່າ ຈະຍູ້ແຮງບັນດາວຽກງານລວມ ເພື່ອແນໃສ່ຊອກຫາມາດຕະການ ທີ່ທັງສອງຝ່າຍລ້ວນແຕ່ຍອມຮັບໄດ້ໃນບັນຫາຂັດແຍ້ງອະທິປະໄຕສໍາລັບໝູ່ເກາະທີ່ຢູ່ນອກຝັ່ງທະເລ Hokkaido  ເຊິ່ງຍີ່ປຸ່ນ ໄດ້ເອີ້ນວ່າ ເຂດນໍ້າແດນດິນທາງທິດເໜືອ, ສ່ວນລັດເຊຍ ໄດ້ເອີ້ນວ່າ ໝູ່ເກາະ Kuril ໃຕ້. ທ່ານກໍຢັ້ງຢັນວ່າ ຈະຊຸກຍູ້້ດໍາເນີນການເຈລະຈາສັນຍາສັນຕິພາບສອງຝ່າຍ.

ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໃຫ້ຮູ້ວ່າ ບັນດາການປຶກສາຫາລືສອງຝ່າຍກ່ຽວກັບບັນດາໂຄງການຮ່ວມມືດ້ານເສດຖະກິດຢູ່ໝູ່ເກາະທີ່ເກີດການຂັດແຍ້ງກັນນັ້ນບັນລຸໄດ້ຄວາມຄືບໜ້າຫຼາຍຢ່າງ, ພ້ອມທັງສະແດງຄວາມຫວັງວ່າ ບັນດາໂຄງການດັ່ງກ່າວ ຈະໄດ້ຮັບການຜັນຂະຫຍາຍ ເຊິ່ງບໍ່ເຮັດໃຫ້ທັດສະນະທາງດ້ານກົດໝາຍຂອງຍີ່ປຸ່ນ ແລະ ລັດເຊຍ ກ່ຽວກັບບັນຫາເຂດນໍ້າແດນດິນອ່ອນແອລົງ.


ຕອບກັບ

ຂ່າວ/ບົດ​ອື່ນ