ຍີ່​ປຸ່ນ ຊ່ວຍ​ເຫຼືອ​ບ້ວງເງິນ​ດ່ວນ​ໃຫ້​ແກ່​ອິນ​ເດຍ ແລະ ມຽ​ນ​ມາ

(VOVWORLD) -ໃນວັນທີ 5 ພຶດສະພາ, ທີ່ການແລກປ່ຽນກັບທ່ານ Subrahmanyam Jaishankar ລັດຖະມົນຕີກະຊວງການຕ່າງປະເທດອິນເດຍ, ທ່ານ Toshimitsu Motegi ໄດ້ຢັ້ງຢືນວ່າ ປະເທດນີ້ພ້ອມແລ້ວທີ່ຈະສະໜອງບ້ວງເງິນຊ່ວຍເຫຼືອຫຼ້າທີ່ຂຶ້ນເຖິງ 50 ລ້ານ USD ເພື່ອຊ່ວຍເຫຼືອອິນເດຍຮັບມືກັບໂລກລະບາດໂຄວິດ - 19.
ຍີ່​ປຸ່ນ ຊ່ວຍ​ເຫຼືອ​ບ້ວງເງິນ​ດ່ວນ​ໃຫ້​ແກ່​ອິນ​ເດຍ ແລະ ມຽ​ນ​ມາ - ảnh 1ພາບປະກອບ: AFP/TTXVN

ກ່າວຄຳເຫັນທີ່ການຖະແຫຼງຂ່າວນັດສາມັນໃນວັນທີ 14 ພຶດສະພາ, ທ່ານ Toshimitsu Motegi ລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ ໃຫ້ຮູ້ວ່າ ປະເທດນີ້ໄດ້ຕົກລົງສະໜອງບ້ວງເງິນຊ່ວຍເຫຼືອຫຼ້າເປັນຈຳນວນ 22,5 ລ້ານ USD ໃຫ້ແກ່ ອິນເດຍ ແລະ ມຽນມາ. ນີ້ແມ່ນບ້ວງເງິນຊ່ວຍເຫຼືອຫຼ້າດ່ວນຂອງລັດຖະບານ ຍີ່ປຸ່ນ ເພື່ອແນໃສ່ຊ່ວຍອິນເດຍ ຮັບມືກັບການແຜ່ລາມໂດຍໄວຂອງໂລກລະບາດໂຄວິດ - 19 ແລະ ຊ່ວຍໃຫ້ມຽນມາແກ້ໄຂສະພາບການຂາດແຄນສະບຽງອາຫານ ຍ້ອນຜົນກະທົບຈາກສະພາບການຂາດສະຖຽນລະພາບດ້ານການເມືອງ. ໃນຈຳນວນເງິນດັ່ງກ່າວ, ອິນເດຍຈະໄດ້ຮັບເງິນເປັນຈຳນວນ 18,5 ລ້ານ USD, ສ່ວນຍັງເຫຼືອແມ່ນ 4 ລ້ານ USD ຈະສະໜອງໃຫ້ ມຽນມາ.

ກ່ອນໜ້ານັ້ນ, ໃນວັນທີ 5 ພຶດສະພາ, ທີ່ການແລກປ່ຽນກັບທ່ານ Subrahmanyam Jaishankar ລັດຖະມົນຕີກະຊວງການຕ່າງປະເທດອິນເດຍ, ທ່ານ Toshimitsu Motegi ໄດ້ຢັ້ງຢືນວ່າ ປະເທດນີ້ພ້ອມແລ້ວທີ່ຈະສະໜອງບ້ວງເງິນຊ່ວຍເຫຼືອຫຼ້າທີ່ຂຶ້ນເຖິງ 50 ລ້ານ USD ເພື່ອຊ່ວຍເຫຼືອອິນເດຍຮັບມືກັບໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ