ຍີ່ປຸ່ນ ຊ່ວຍເຫຼືອຫຼ້າ 5 ໂຄງການສຶກສາ, ສາທາລະນະສຸກ ຢູ່ ຫວຽດນາມ

(VOVWORLD) - ບັນດາໂຄງການເມື່ອກໍ່ສ້າງສຳເລັດຈະປະກອບສ່ວນປັບປຸງພື້ນຖານໂຄງລ່າງຢູ່ບາງທ້ອງຖິ່ນຂຶ້ນກັບບັນດາແຂວງ, ນະຄອນຂອງ ຫວຽດນາມ

ຍີ່ປຸ່ນ ຊ່ວຍເຫຼືອຫຼ້າ 5 ໂຄງການສຶກສາ, ສາທາລະນະສຸກ ຢູ່ ຫວຽດນາມ - ảnh 1 ການລົງນາມ ລະຫວ່າງ 2 ຝ່າຍ

(ພາບ: ສຳນັກຂ່າວສານ ຫວຽດນາມ)

ຕອນບ່າຍວັນທີ 14 ມີນາ, ສະຖານກົງສູນໃຫຍ່ ຍີ່ປຸ່ນ ປະຈຳນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີລົງນາມໃນສັນຍາຊ່ວຍເຫຼືອຫຼ້າຂັ້ນຮາກຖານ (GGP) ຂອງລັດຖະບານ ຍີ່ປຸ່ນ ໃຫ້ແກ່ 5 ໂຄງການຂຶ້ນກັບຂົງເຂດສາທາລະນະສຸກ, ການສຶກສາຢູ່ ຫວຽດນາມ ດ້ວຍຍອດຈຳນວນເງິນກ່ວາ 400.000 USD. ບັນດາໂຄງການອຸປະຖຳລວມມີ: ກໍ່ສ້າງຫ້ອງຮຽນ 5 ຫ້ອງຢູ່ໂຮງຮຽນປະຖົມ ວື່ອາຢິ໋ງ, ຢູ່ແຂວງ ດັກນົງ; ສ້າງຫ້ອງຮຽນ 4 ຫ້ອງຢູ່ ໂຮງຮຽນປະຖົມ ຈີຖູຍ, ແຂວງ ນີງທ້ວນ; ສ້າງສຸກສາລາຢູ່ຕາແສງ ກົງຫາຍ, ເມືອງ ທ້ວນບັກ, ແຂວງ ນີງທ້ວນ; ປະກອບອຸປະກອນສາທາລະນະສຸກໃຫ້ສູນສາທາລະນະສຸກ ເມືອງ ເຈິແລັກ, ແຂວງ ເບັ໋ນແຈ ແລະ ສູນສາທາລະນະສຸກ ເມືອງ ມົກຮ໋ວາ, ແຂວງ ລອງອານ.

        ສະແດງຄວາມປິຕິຊົມຊື່ນເມື່ອບັນດາໂຄງການອຸປະຖຳໄດ້ຮັບການລົງນາມໃນໂອກາດນີ້, ທ່ານຫົວໜ້າສະຖານກົງສູນໃຫຍ່ ຍີ່ປຸ່ນ ປະຈຳ ນະຄອນ ໂຮ່ຈີມິນ ຫວັງວ່າ, ບັນດາໂຄງການເມື່ອກໍ່ສ້າງສຳເລັດຈະປະກອບສ່ວນປັບປຸງພື້ນຖານໂຄງລ່າງຢູ່ບາງທ້ອງຖິ່ນຂຶ້ນກັບບັນດາແຂວງ, ນະຄອນຂອງ ຫວຽດນາມ, ນຳມາໃຫ້ປະຊາຊົນບັນດາເງື່ອນໄຂໄດ້ຮ່ຳຮຽນ, ດຳເນີນຊີວິດທີ່ນັບມື້ນັບດີກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ