ຍີ່ປຸ່ນ ຕີລາຄາສູງການ ປະພຶດຂອງຫວຽດນາມ ກ່ຽວກັບບັນຫາທະເລຕາເວັນອອກ

ຍີ່ປຸ່ນ ຕີລາຄາສູງການ ປະພຶດຂອງຫວຽດນາມ ກ່ຽວກັບບັນຫາທະເລຕາເວັນອອກ - ảnh 1
ຍີ່​ປຸ່ນ ຕີ​ລາຄາ​ສູງ​ການ​ປະ​ພຶດຂອງ​ຫວຽດນາມ ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ
(ພາບ: TTXVN)

(vovworld) –  ວັນ​ທີ 07/07, ຢູ່​ຮ່າ​ໂນ້ຍ, ທ່ານ​​ ຫງວຽນ​ກິມຄວາ, ກຳມະການ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ປະທານ​​ກຳມາທິການ​ປ້ອງ​ກັນຊາດ, ປ້ອງ​ກັນ​ຄວາ​ມສະຫງົບ​ສະພາ​ແຫ່ງ​ຊາດຫວຽດນາມ ໄດ້​ມີ​ການ​ເຮັດ​ວຽກັບ​ຄະນະ​ຜູ້​ແທນ​ກຳມາ​ທິການ​ປ້ອງ​ກັນ​ຄວາ​ມສະຫງົບ​ສະພາ​ຕໍ່າ​ຍີ່​ປຸ່ນ ​ໂດຍ​ທ່ານ Eto Akinori, ສະມາຊິກ​ສະພາ​ຕໍ່າ, ປະທານ​ກຳມາ​ທິການ​ເປັນ​ຫົວໜ້າ​ຄະ​ນະ​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ​ເມື່ອ​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ສະພາບ​​ຢູ່​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ ຫງວຽນ​ກິມຄວາ ຕີ​ລາຄາ​ສູງ​ເລື່ອງ​ລັດຖະບານ​ຍີ່ປຸ່ນ ​ໄດ້​ອອກສຽງ​ສະໜັບ​ສະ​ໜູນ​ຫວຽດນາມ ​ໄວ​ກ່ວາ​ໝູ່ ​​ໃນ​ການ​ຄັດຄ້ານ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​​ໄຫຼ່​ທະວີບ​ຂອງ​ຫວຽດນາມ.

        ສ່ວນ​ທ່ານ Eto Akinori ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ​ຂອງ​ຫວຽດນາມ ກ່ຽວ​ກັບ​ການ​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ດ້ວຍ​ມາດ​ຕະການໂດຍ​ສັນຕິ​ວິທີ ບົນ​ພື້ນຖານ​ເຄົາລົບ​ກົດໝາຍ​ສາກົນ. ທ່ານ Eto Akinori ປາດ​ຖະໜາ​ຢາກ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ​ໃນ​ການ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ ​ແລະ ຮັກສາ​ສັນຕິພາບ​ຢູ່​ເຂດ​ນ່ານທະ​ເລ ກໍ່​ຄື​ເຂດ​ນ່ານຟ້າ, ຮັບປະກັນ​ຮັກສາ​ຄວາມ​ເສລີ​ພາບໃນ​ການ​ເດີນ​ທະ​ເລ ​ແລະ ການບິນ. ຍີ່ປຸ່ນ ຈະ​ໜູນ​ຊ່ວຍ​ການ​ບຳລຸງ​ສ້າງ, ຍົກ​ສູງ​ກຳລັງ​ຄວາມ​ສາມາດໃຫ້​ກຳລັງ​ຕຳຫຼວດທະ​ເລ​ຫວຽດນາມ.

ຂ່າວ/ບົດ​ອື່ນ