ຍີ່ປຸ່ນ ຖືການພົວພັນກັບຫວຽດນາມ ເປັນສຳຄັນ

(VOVWORLD) - ນາຍົກລັດຖະມົນຕີ 2 ທ່ານກໍ່ເປັນເອກະພາບເພີ່ມທະວີການຮ່ວມມືຢູ່ບັນດາເວທີປາໄສສາກົນ, ຫຼາຍຝ່າຍໃນຖານະຕຳແໜ່ງຫວຽດນາມ ເປັນປະທານອາຊຽນ 2020, ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດປີ 2020 – 2021.
ຍີ່ປຸ່ນ ຖືການພົວພັນກັບຫວຽດນາມ ເປັນສຳຄັນ - ảnh 1 (ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີຍີ່ປຸ່ນ Suga Yoshihide ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ)

ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີຍີ່ປຸ່ນ Suga Yoshihide ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ຖືກດຳເນີນໄປຢ່າງສົມກຽດໃນຕອນເຊົ້າວັນທີ 19 ຕຸລາ ຢູ່ຮ່າໂນ້ຍ. ພາຍຫຼັງພິທີຕ້ອນຮັບ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Suga Yoshihide ໄດ້ດຳເນີນການເຈລະຈາ, ປຶກສາຫາລືບັນດາເນື້ອໃນຮ່ວມມື, ໂດຍສະເພາະແມ່ນການຮ່ວມມືທາງດ້ານເສດຖະກິດ ແລະ ການປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ນາຍົກລັດຖະມົນຕີທັງ 2 ທ່ານກໍໄດ້ເປັນສັກຂີພິຍານພິທີແລກປ່ຽນເອກະສານຮ່ວມມືສະບັບຕ່າງໆລະຫວ່າງບັນດາກະຊວງ, ຂະແໜງການ, ວິສາຫະກິດ ແລະ ຄູ່ຮ່ວມມືຫວຽດນາມ - ຍີ່ປຸ່ນ.

        ນີ້ແມ່ນການເດີນທາງໄປຕ່າງປະເທດຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Suga Yoshihide ແລະ ເປັນຄັ້ງທີ 2 ຢ່າງລຽນຕິດ ທີ່ນາຍົກລັດຖະມົນຕີຄົນໃໝ່ຂອງຍີ່ປຸ່ນ ໄດ້ເລືອກເອົາ ຫວຽດນາມ ເປັນປະເທດທຳອິດທີ່ໄປຢ້ຽມຢາມ ພາຍຫຼັງຮັບດຳລົງຕຳແໜ່ງ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ຍີ່ປຸ່ນ ຖື ຫວຽດນາມ ແມ່ນຄູ່ຮ່ວມມືຍຸດທະສາດອັນເລິກເຊິ່ງກວ້າງຂວາງຂອງ ຍີ່ປຸ່ນ ນັບແຕ່ປີ 2014 ເປັນສຳຄັນ.

        ພາຍຫຼັງພິທີຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງສອງປະເທດ ດຳເນີນກອງປະຊຸມເຈລະຈາ, ປຶກສາຫາຫລືກ່ຽວກັບບັນດາເນື້ອໃນການຮ່ວມມືລະຫວ່າງສອງຝ່າຍ, ໃນນັ້ນ ລວມມີການແບ່ງປັນ, ຊ່ວຍເຫຼືອເຊິ່ງກັນແລະກັນໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ຟື້ນຟູ ແລະ ຍູ້ແຮງການຮ່ວມມືໃນເງື່ອນໄຂທຳມະດາໃໝ່.

        ນາຍົກລັດຖະມົນຕີ 2 ທ່ານກໍ່ເປັນເອກະພາບເພີ່ມທະວີການຮ່ວມມືຢູ່ບັນດາເວທີປາໄສສາກົນ, ຫຼາຍຝ່າຍໃນຖານະຕຳແໜ່ງຫວຽດນາມ ເປັນປະທານອາຊຽນ 2020, ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດປີ 2020 – 2021.

        2 ຝ່າຍຢືນຢັນຄືນໃໝ່ຄວາມສຳຄັນຂອງການຮັກສາສັນຕິພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອຢູ່ທະເລ ແລະ ການບິນຢູ່ທະເລຕາເວັນອອກ; ຊຸກຍູ້ເພື່ອແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ບໍ່ນຳໃຊ້ອາວຸດ ຫຼື ນາບຂູ່ນຳໃຊ້ອາວຸດ, ປະຕິບັດກົດໝາຍສາກົນຢ່າງເຂັ້ມງວດ, ໂດຍສະເພາະແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ໃນບັນດາການເຄື່ອນໄຫວທາງທະເລ…

ຍີ່ປຸ່ນ ຖືການພົວພັນກັບຫວຽດນາມ ເປັນສຳຄັນ - ảnh 2 ນາຍົກລັດຖະມົນຕີ ພົບປະກັບສື່ມວນຊົນພາຍຫຼັງການເຈລະຈາ

(ພາບ: VGP)

ກ່າວຄຳເຫັນທີ່ການພົບປະກັບສື່ມວນຊົນພາຍຫຼັງການເຈລະຈາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ຢືນຢັນວ່າ:

        “2 ຝ່າຍເຫັນດີນຳກັນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ ຜ່ານການຮັກສາບັນດາການຢ້ຽມຢາມ, ການພົບປະ ບັນດາກົນໄກເຈລະຈາໃນທຸກຂັ້ນເປັນປະຈຳ, ພິເສດແມ່ນຂັ້ນສູງ, ເພີ່ມທະວີການຮ່ວມມືຢ່າງແທດຈິງເຂົ້າສູ່ລວງເລິກ, ມີປະສິດທິຜົນໃນທຸກຂົງເຂດ, ລວມທັງການປ້ອງກັນຊາດປ້ອງກັນຄວາມສະຫງົບ, ພິເສດແມ່ນທາງດ້ານເສດຖະກິດ. 2 ຝ່າຍສືບຕໍ່ເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ແລະ ສ້າງທຸກເງື່ອນໄຂສະດວກເພື່ອຍູ້ແຮງການຟື້ນຟູບັນດາການເຄື່ອນໄຫວຮ່ວມມືລະຫວ່າງ 2 ປະເທດ”.

        ສ່ວນທ່ານນາຍົກລັດຖະມົນຕີຍີ່ປຸ່ນ Suga Yoshihide ຢືນຢັນວ່າ:

        “ຂ້າພະເຂົ້າມີຄວາມປິຕິຊົມຊື່ນເມື່ອມາຢ້ຽມຢາມຫວຽດນາມ, ປະເທດທຳອິດໃນແຜນການປະຕິບັດງານຂອງຂ້າພະເຈົ້າ ພາຍຫຼັງຮັບດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ. ປີ 2020 ຫວຽດນາມ ດຳລົງຕຳແໜ່ງປະທານອາຊຽນ ແລະ ຫວຽດນາມ ສວມບົດບາດສຳຄັນຕົ້ນຕໍເມື່ອຍີ່ປຸ່ນ ປະຕິບັດຍຸດທະສາດມະຫາສະມຸດອິນເດຍ - ປາຊີຟິກ ເສລີ ແລະ ເປີດກວ້າງ. ຍີ່ປຸ່ນ ແມ່ນປະເທດມະຫາສະມຸດອິນເດຍ - ປາຊີຟິກ ແລະ ຈະສືບຕໍ່ປະກອບສ່ວນເຂົ້າໃນສັນຕິພາບ ແລະ ຄວາມວັດທະນາຖາວອນຢູ່ພາກພື້ນນີ້. ຂ້າພະເຈົ້າໄດ້ເລືອກເອົາຫວຽດນາມ ແມ່ນສະຖານທີ່ເໝາະສົມທີ່ສຸດ ເພື່ອເປັນຄັ້ງທຳອິດສົ່ງສານດັ່ງກ່າວອອກສູ່ໂລກ. ການພົວພັນຮ່ວມມືລະຫວ່າງ 2 ປະເທດຍັງມີຄວາມສາມາດບົມຊ້ອນຫຼາຍຢ່າງ ແລະ ການເຈລະຈາໃນມື້ນີ້ແມ່ນມີປະສິດທິຜົນທີ່ສຸດ, ຜ່ານນັ້ນຕີລາຄາບັນດາຄວາມສາມາດບົມຊ້ອນທີ່ຕ້ອງໄດ້ຮັບການຊຸກຍູ້”.

        ທ່ານນາຍົກລັດຖະມົນຕີຍີ່ປຸ່ນ ໃຫ້ຮູ້ວ່າ, ຍີ່ປຸ່ນ ຕົກລົງສະໜອງວັດຖຸອຸປະກອນໜູນຊ່ວຍໂດຍດ່ວນໃຫ້ແກ່ຫວຽດນາມ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຍ້ອນຝົນຕົກກໍ່ຂຶ້ນຢູ່ທາງພາກກາງຫວຽດນາມ ແລະ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນໃນການປ້ອງກັນ, ຕ້ານໄພທຳມະຊາດກັບຫວຽດນາມ.

        ເນື່ອງໃນໂອກາດນີ້, ນາຍົກລັດຖະມົນຕີ 2 ປະເທດໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມື 12 ສະບັບໃນບັນດາຂົງເຂດຄື:  ຕຸລາການ, ສິ່ງແວດລ້ອມ, ການຕ້ານການກໍ່ການຮ້າຍ, ທ່າກ່ຳປັ່ນ…

ຍີ່ປຸ່ນ ຖືການພົວພັນກັບຫວຽດນາມ ເປັນສຳຄັນ - ảnh 3 ພັນລະຍາຂອງນາຍົກລັດຖະມົນຕີ 2 ທ່ານນາງໄປຢ້ຽມຢາມ ວັນມ໊ຽວກ໊ວກຕືຢ໊າມ

(ພາບ: tuoitre.vn)

ໃນຂອບເຂດທ່ານນາຍົກລັດຖະມົນຕີຍີ່ປຸ່ນ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການນີ້, ວັນທີ 19 ຕຸລາ, ພັນລະຍາຂອງນາຍົກລັດຖະມົນຕີຍີ່ປຸ່ນ ທ່ານນາງ Suga Mariko ພ້ອມກັບພັນລະຍາຂອງນາຍົກລັດຖະມົນຕີຫວຽດນາມ ທ່ານນາງ ເຈິ່ນຫງວຽດທູ ໄດ້ໄປຢ້ຽມຢາມ ວັນມ໊ຽວກ໊ວກຕືຢ໊າມ (ເຊິ່ງແມ່ນມະຫາວິທະຍາໄລແຫ່ງທຳອິດຂອງຫວຽດນາມ) ແລະ ໄປຢ້ຽມຢາມຫໍພິພິຕະພັນແມ່ຍິງຫວຽດນາມ.

ເນື່ອງໃນໂອກາດນີ້ສື່ມວນຊົນຍີ່ປຸ່ນ ໃຫ້ຂ່າວກ່ຽວກັບການຢ້ຽມຢາມຫວຽດນາມ ຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Suga Yoshihide ຢ່າງຫຼວງຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ