ຍີ່ປຸ່ນ: ທ່ານ Shinzo Abe ປະກາດສ້າງຕັ້ງ ລັດຖະບານໃນວັນທີ 26/12

ຍີ່ປຸ່ນ: ທ່ານ Shinzo Abe ປະກາດສ້າງຕັ້ງ ລັດຖະບານໃນວັນທີ 26/12 - ảnh 1
ທ່ານ​ປະທານ LDP Shinzo Abe
(ພາບ: Reuters)


(vovworld) -     ວັນ​ທີ 17/12, ກ່າວ​ຄຳ​ເຫັນ​​ທີ່​ການປະຊຸມ​ຂ່າວທຳ​ອິດ​ຢູ່​ສຳນັກງານ​ຂອງ​ພັກ​ປະຊາທິປະ​ໄຕ​ເສລີ (LDP) ຢູ່​ໂຕ​ກຽວ ພາຍ​ຫຼັງ​ພັກ​ນີ້​ຍາດ​ໄດ້​ໄຊຊະນະ​​ໃນ​ການ​ເລືອກ​ຕັ້ງ​ສະພາ​ຕໍ່າ​ຍີ່ປຸ່ນ, ທ່ານ​ປະທານ LDP Shinzo Abe ​ໃຫ້​ຮູ່ ພວມ​ສົ່ງ​ເສີມ​ການ​ສ້າງ​ຕັ້ງ​ລັດຖະບານ​ໃໝ່ ​ແລະ ຄາ​ດວ່າ​ຈະ​ປະກາດ​ຄະນະ​ລັດຖະບານ​ໃໝ່​ໃນ​ວັນ​ທີ 26/12 ດ້ວຍ​ຈຸດໝາຍ​ຕົ້ນ​ຕໍ່​ແມ່ນ “ຜ່ານ​ຜ່າ​ວິກິດ​ການຕ່າງໆ”, ພ້ອມ​ທັງ​ໃຫ້​ຄຳ​ໝັ້ນສັນ​ຍາຈະ​ເປີດ​ກວ້າງພື້ນຖານ​ເສດ​ຖະກິດ ​ແລະ ຟື້ນ​ຟູ​ກຳລັງ​ແຮງ​ດ້ານ​ການ​ທູດ​ຂອງ​ຍີ່ປຸ່ນ. ກ່ຽວ​ກັບ​ດ້ານ​ເສດຖະກິດ, ທ່ານ Abe ຊີ້​ແຈ້ງວ່າ ພາຍຫຼັງ​ການ​ສ້າງ​ຕັ້ງ, ລັດຖະບານ​ຂອງ​ທ່ານ​ຈະ​ມານະ​ພະຍາຍາມ​ແກ້​ໄຂສະພາບ​ຫຼຸດຜ່ອນ​ລະດັບ​ພັດທະນາ​ເສດຖະກິດ ແລະ ສະພາ​ບສະ​ກຸງເງິນ​ເຢນ ​ເພີ່ມ​ລະຄາ. ກ່ຽວ​ກັບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ, ທ່ານ​ປະທານ LDP ຢືນຢັນ​ວ່າ ຈະ​ສືບ​ຕໍ່​ຮັກສາ​ສຳພັນ​ທະ​ມິດ​ຍີ່ປຸ່ນ - ອາ​ເມ​ລິ​ກາ ​ແລະ ຟື້ນ​ຟູກ​ຳລັງ​ແຮງ​ດ້ານ​ການ​ທູດ​ຂອງ​ຍີ່ປຸ່ນ. ທ່ານ​ປະທານ LDP ກໍ​ຢືນຢັນ​ວ່າ ການ​ພົວພັນ​ລະຫວ່າງ​ຍີ່ປຸ່ນ ​ແລະ ຈີນ ​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ພົວພັນ​​ສຳຄັນ​ທີ່​ສຸດ​ສຳລັບ​ຍີ່ປຸ່ນ.

ຂ່າວ/ບົດ​ອື່ນ