ຍີ່ປຸ່ນ ປັບໄໝລົງໂທດເພີ່ມເຕີມເລັ່ງໃສ່ ລັດເຊຍ

(VOVWORLD) - ປະເທດນີ້ຈະຫ້າມການສົ່ງອອກສິນຄ້າໃຫ້ແກ່ກ່ວາ 80 ອົງກອນຂອງລັດເຊຍ, ເຊິ່ງລວມມີບໍລິສັດບາງແຫ່ງກ່ຽວຂ້ອງເຖິງການທະຫານ
 

ວັນທີ 26 ພຶດສະພາ, ລັດຖະບານ ຍີ່ປຸ່ນ ປະກາດບັນດາມາດຕະການປັບໄໝລົງໂທດເພີ່ມເຕີມເລັ່ງໃສ່ລັດເຊຍ, ໃນນັ້ນມີຄຳສັ່ງຫ້າມສົ່ງອອກສິນຄ້າໄປຍັງປະເທດ ເອີລົບນີ້.

        ໃນແຈ້ງການ, ກະຊວງການຕ່າງປະເທດ ຍີ່ປຸ່ນ ໃຫ້ຮູ້ວ່າ: ປະເທດນີ້ຈະຫ້າມການສົ່ງອອກສິນຄ້າໃຫ້ແກ່ກ່ວາ 80 ອົງກອນຂອງລັດເຊຍ, ເຊິ່ງລວມມີບໍລິສັດບາງແຫ່ງກ່ຽວຂ້ອງເຖິງການທະຫານ ແລະ ເຕັກໂນໂລຊີ. ຄຳສັ່ງຈະມີຜົນສັກສິດນັບແຕ່ວັນທີ 2 ມິຖຸນາ ຈະມາເຖິງ. ນອກຈາກນັ້ນ, ຍີ່ປຸ່ນ ຈະປິດລ້ອມຊັບສິນຂອງ 17 ບຸກຄົນ ແລະ 78 ອົງກອນຂອງລັດເຊຍ, ພ້ອມທັງຈັດວາງການສະກັດກັ້ນສຳລັບການເຄື່ອນໄຫວຊຳລະ ແລະ ແລກປ່ຽນທຶນຮອນຂອງບັນດາບຸກຄົນ ແລະ ອົງກອນນີ້. ຍີ່ປຸ່ນ ໄດ້ຄິດໄລ່ຊັ່ງຊາການອອກຄຳສັ່ງລົງໂທດເພີ່ມເຕີມສຳລັບການສົ່ງອອກບັນດາປະເພດສິນຄ້າ “ອາດຈະປະກອບສ່ວນຍົກສູງກຳລັງຄວາມສາມາດຜະລິດອຸດສາຫະກຳຂອງ” ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ