ຍີ່​ປຸ່ນ ປະ​ກາດ​ປຶ້ມ​ປົກ​ຂາວ​ກ່ຽວ​ກັບ​ການ​ທ່ອງ​ທ່ຽວ

(VOVWORLD) - ໃນປຶ້ມປົກຂາວ, ລັດຖະບານ ຍີ່ປຸ່ນ ກໍໄດ້ຍົກອອກສະພາບການຕົວຈິງທີ່ວ່າ ແຂກທ່ອງທ່ຽວຕ່າງປະເທດໄດ້ມາທ່ຽວຢູ່ບັນດານະຄອນໃຫຍ່ເປັນຈຳນວນຫຼາຍ ເຊິ່ງເກີ່ນຂອບເຂດຮັບໃຊ້ ແລະ ເກີດບາງບັນຫາຂຶິ້ນມາ. 
ຍີ່​ປຸ່ນ ປະ​ກາດ​ປຶ້ມ​ປົກ​ຂາວ​ກ່ຽວ​ກັບ​ການ​ທ່ອງ​ທ່ຽວ - ảnh 1(ພາບປະກອບ: vov.vn)

ໄປຄຽງຄູ່ກັບການນຳມາເຊິ່ງບັນດາຜົນປະໂຫຍດ້ານເສດຖະກິດຢ່າງໃຫຍ່ຫຼວງໃຫ້ແກ່ ຍີ່ປຸ່ນ, ຂະແໜງທ່ອງທ່ຽວ ກໍໄດ້ກໍ່ຄວາມສັບສົນວຸ້ນວາຍໃຫ້ແກ່ປະເທດນີ້, ໃນນັ້ນ ພົ້ນເດັ່ນຂຶ້ນແມ່ນບັນຫາແຂກທ່ອງທ່ຽວຕ່າງປະເທດເກີ່ນຂອບເຂດ. ນີ້ແມ່ນສິ່ງທີ່ໄດ້ເນັ້ນໜັກໃນປຶ້ມປົກຂາວການທ່ອງທ່ຽວ ຍີ່ປຸ່ນ ປີ 2024 ທີ່ລັດຖະບານ ຍີ່ປຸ່ນ ຫາກໍປະກາດໃນວັນທີ 18 ມິຖຸນາ.

        ຕາມປຶ້ມປົກຂາວການທ່ອງທ່ຽວ ຍີ່ປຸ່ນ 2024 ແລ້ວ, ໃນປີ  2023, ຈຳນວນແຂກທ່ອງທ່ຽວຕ່າງປະເທດທີ່ມາຢ້ຽມຢາມ ຍີ່ປຸ່ນ ແມ່ນຫຼາຍກວ່າ 25 ລ້ານເທື່ອຄົນ. ໃນປຶ້ມປົກຂາວ, ລັດຖະບານ ຍີ່ປຸ່ນ ກໍໄດ້ຍົກອອກສະພາບການຕົວຈິງທີ່ວ່າ ແຂກທ່ອງທ່ຽວຕ່າງປະເທດໄດ້ມາທ່ຽວຢູ່ບັນດານະຄອນໃຫຍ່ເປັນຈຳນວນຫຼາຍ ເຊິ່ງເກີ່ນຂອບເຂດຮັບໃຊ້ ແລະ ເກີດບາງບັນຫາຂຶິ້ນມາ, ເຊັ່ນ: ລົດຕິດ, ສິ່ງເສດເຫຼືອ, ການຖ່າຍຮູບຊະຊາຍ. ບັນດາບັນຫານີ້ ໄດ້ສົ່ງຜົນກະທົບບໍ່ດີຕໍ່ການດຳລົງຊີວິດຂອງປະຊາຊົນ.

        ປຶ້ມປົກຂາວ ໄດ້ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ລັດຖະບານ ຍີ່ປຸ່ນ ຈະສືບຕໍ່ໜູນຊ່ວຍທ້ອງຖິ່ນຕ່າງໆແກ້ໄຂສະພາບການດັ່ງກ່າວ ແລະ ສືບຕໍ່ຍູ້ແຮງການດຶງດູດແຂກທ່ອງທ່ຽວຕ່າງປະເທດໄປທ່ຽວ ຍີ່ປຸ່ນ ອີກດ້ວຍ.

ນັກຂ່າວ VOV ປະຈຳ ຍີ່ປຸ່ນ


ຕອບກັບ

ຂ່າວ/ບົດ​ອື່ນ