ຍີ່ປຸ່ນ ປະກາດວິໄສທັດກ່ຽວກັບ ມະຫາສະໝຸດອິນເດຍ - ປາຊີຟິກ ເສລີ ແລະ ເປີດກ້ວາງ

(VOVWORLD) - ຮັກສາສັນຕິພາບ, ແກ້ໄຂບັນດາສິ່ງທ້າທາຍທົ່ວໂລກຜ່ານການຮ່ວມມືລະຫວ່າງບັນດາປະເທດ ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ
ຍີ່ປຸ່ນ ປະກາດວິໄສທັດກ່ຽວກັບ ມະຫາສະໝຸດອິນເດຍ - ປາຊີຟິກ ເສລີ ແລະ ເປີດກ້ວາງ - ảnh 1ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida
(ພາບ:ANI)

ວັນທີ 20 ມີນາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ໃນຂອບເຂດການຢ້ຽມຢາມທີ່ແກ່ຍາວເປັນເວລາ 2 ວັນ (20 – 21 ມີນາ) ຢູ່ ອິນເດຍ, ໄດ້ປະກາດແຜນການໃໝ່ເພື່ອແນໃສ່ຊຸກຍູ້ຍຸດທະສາດ ມະຫາສະໝຸດອິນເດຍ - ປາຊີຟິກ ເສລີ ແລະ ເປີດກ້ວາງ (FOIP), ໃນນັ້ນໃຫ້ຄຳໝັ້ນສັນຍາອຸປະຖຳຈຳນວນເງິນ 75 ຕື້ USD ເພື່ອແນໃສ່ປັບປຸງບັນດາຂົງເຂດໃນພາກພື້ນ, ນັບແຕ່ຄວາມໝັ້ນຄົງຕະຫຼອດຮອດເສດຖະກິດ. ທ່ານນາຍົກລັດຖະມົນຕີ Kishida ໃຫ້ຮູ້ວ່າ: FOIP ໄດ້ຮັບການສ້າງຂັ້ນໂດຍອີງໃສ່ “4 ເສົາຄ້ຳ”, ເຊິ່ງລວມມີ: ຮັກສາສັນຕິພາບ, ແກ້ໄຂບັນດາສິ່ງທ້າທາຍທົ່ວໂລກຜ່ານການຮ່ວມມືລະຫວ່າງບັນດາປະເທດ ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ, ບັນລຸໄດ້ການເຊື່ອມຕໍ່ທົ່ວໂລກຜ່ານຫຼາຍພື້ນຖານທີ່ແຕກຕ່າງກັນ ແລະ ຮັກບປະກັນຄວາມປອດໄພໃຫ້ແກ່ເຂດນ່ານທະເລ ແລະ ນ່ານຟ້າເປີດກ້ວາງ.

        ແຜນການນີ້ໄດ້ຖືວ່າແມ່ນສ່ວນໜຶ່ງໃນຄວາມມານະພະຍາຍາມຂອງ ໂຕກຽວ ເພື່ອແນໃສ່ຮັດແໜ້ນການພົວພັນຄູ່ຮ່ວມມືກັບບັນດາປະເທດ ຢູ່ ອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້. ທ່ານນາຍົກລັດຖະມົນຕີ Kishida ຖືວ່າ: FOIP ແມ່ນວິໄສທັດຍາວນານ, ດ້ວຍເປົ້າໝາຍປົກປ້ອງສິດອຳນາດກົດໝາຍ ແລະ ຄວາມເສລີ. ໄປຄຽງຄູ່ກັນນັ້ນ, ທ່ານນາຍົກລັດຖະມົນຕີ Kishida ກໍ່ເນັ້ນໜັກເຖິງຄວາມສຳຄັນຂອງ ອິນເດຍ ເມື່ອປະກອບສ່ວນຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ