ຍີ່​ປຸ່ນ ພິ​ຈາ​ລະ​ນະ​ສະ​ໜອງວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່ ຫວຽດ​ນາມ

(VOVWORLD) -ໃນວັນທີ 2 ມິຖຸນາ, ທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide ໄດ້ປະກາດຢູ່ກອງປະຊຸມສຸດຍອດທາງອອນລາຍວ່າ ຍີ່ປຸ່ນຈະສະໜອງວັກຊິນກັນໂຄວິດ - 19 ປະມານ 30 ລ້ານໂດສໃຫ້ແກ່ບັນດາປະເທດ.
ຍີ່​ປຸ່ນ ພິ​ຈາ​ລະ​ນະ​ສະ​ໜອງວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່ ຫວຽດ​ນາມ - ảnh 1ພາບປະກອບ: TTXVN

ລັດຖະບານ ຍີ່ປຸ່ນ ພວມພິຈາລະນະແຜນການສະໜອງວັກຊິນກັນໂຄວິດ - 19 ໃຫ້ແກ່ ຫວຽດນາມ. ສະຖານີໂທລະພາບ NHK ໄດ້ຄັດສະເໜີຄຳເວົ້າຂອງເຈົ້າໜ້າທີ່ ຍີ່ປຸ່ນ ຊຶ່ງໃຫ້ຮູ້ວ່າ ປະເທດນີ້ ຢາກສົ່ງວັກຊິນກັນໂຄວິດ - 19 ໃຫ້ແກ່ ຫວຽດນາມ ໃນເດືອນນີ້ ຊຶ່ງບໍ່ຜ່ານກົນໄກແບ່ງປັນວັກຊິນກັນໂຄວິດ - 19 ສາກົນ ຍ້ອນວ່າ ການສະໜອງວັກຊິນຜ່ານກົນໄກນີ້ ຈະເສຍເວລາກ່ວາ.

        ກ່ອນໜ້ານັ້ນໃນວັນທີ 2 ມິຖຸນາ, ທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide ໄດ້ປະກາດຢູ່ກອງປະຊຸມສຸດຍອດທາງອອນລາຍວ່າ ຍີ່ປຸ່ນຈະສະໜອງວັກຊິນກັນໂຄວິດ - 19 ປະມານ 30 ລ້ານໂດສໃຫ້ແກ່ບັນດາປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ