ຍີ່​ປຸ່ນ ພິ​ຈາ​ລະ​ນາ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ກັບ ອາ​ຊຽນ

(VOVWORLD) - ຍີ່ປຸ່ນກຳລັງ ພິຈາລະນາ ຈັດຕັ້ງກອງປະຊຸມລັດຖະມົນຕີປ້ອງກັນປະເທດ ກັບ ອາຊຽນ ຢູ່ກຳປູເຈຍໃນເດືອນມິຖຸນາ.

ຍີ່​ປຸ່ນ ພິ​ຈາ​ລະ​ນາ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ກັບ ອາ​ຊຽນ - ảnh 1ທ່ານລັດຖະມົນຕີປ້ອງກັນປະເທດຍີ່ປຸ່ນ Nobuo Kishi (ພາບ: Kyodo/TTXVN)

ສຳນັກຂ່າວສານ Kyodo ໄດ້ຄັດສະເໜີແຫຼ່ງຂ່າວຈາກລັດຖະບານຍີ່ປຸ່ນ ໂດຍໃຫ້ຮູ້ວ່າ ກອງປະຊຸມນີ້ ຈະດຳເນີນຢູ່ນອກກອງປະຊຸມລັດຖະມົນຕີປ້ອງກັນປະເທດ ອາຊຽນຢູ່ກຳປູເຈຍ, ປະເທດປະທານໝູນວຽນຂອງອາຊຽນ.

ທີ່ກອງປະຊຸມນີ້, ທ່ານລັດຖະມົນຕີປ້ອງກັນປະເທດຍີ່ປຸ່ນ Nobuo Kishi ຈະເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາຄວາມເປັນລະບຽບຮຽບຮ້ອຍໃນການເດີນເຮືອໂດຍອີງໃສ່ການເຄົາລົບກົດໝາຍ. ໄປຄຽງຄູ່ກັນນັ້ນ, ທ່ານ Nobuo Kishi ກໍ່ຈະຄັດຄ້ານບໍ່ວາ ຄວາມມານະພະຍາຍາມໃດທີ່ແນໃສ່ “ປ່ຽນແປງສະພາບການດ້ວຍປະຈັດບັນກຳລັງອາວຸດລຳພັງຝ່າຍດຽວ”.

ຕາມ ສຳນັກຂ່າວສານ Kyodo ແລ້ວ, ຍີ່ປຸ່ນ ກຳລັງພະຍາຍາມເພີ່ມທະວີການພົວພັນ ກັບບັນດາປະເທດ ສະມາຊິກ ອາຊຽນ ໃນຂົງເຂດປ້ອງກັນຊາດ ເພາະວ່າ ປະເທດເລົ່ານີ້ຕັ້ງຢູ່ພາກພື້ນສຳຄັນທາງດ້ານຍຸດທະສາດດ້ວຍຫຼາຍເສັ້ນທາງເດີນເຮືອທີ່ສຳຄັນ.

ຕອບກັບ

ຂ່າວ/ບົດ​ອື່ນ