ຍີ່​ປຸ່​ນ ພັດ​ທະ​ນາ​ຢາ​ວັກ​ຊ​ີນກັນ​ເຊື້ອ Covid – 19 ບັນ​ລຸ​ໄດ້​ໝາກ​ຜົນ​ເປັນ​ໜ້າ​ຊ​ື່ມ​ຊົມ

(VOVWORLD) -ລັດຖະບານຍີ່ປຸ່ນຕັດສິນໜູນຊ່ວຍ 9 ໂຄງການພັດທະນາວັກຊີນ. ຍອດງົບປະມານໜູນຊ່ວຍແມ່ນປະມານ 67 ລ້ານ USD. ວັກຊີນໄດ້ຮັບການຜະລິດດ້ວຍວິທີລ້ຽງໄວຣັດໃນໄຂ່ໄກ່ ແລະ ຈຸລັງຂອງສັດ, ຫຼັງຈາກນັ້ນຄ່ອຍໆຂ້າພິດຂອງໄວຣັດ. 

ໝາກຜົນຂອງການຄົ້ນຄ້ວາພວມຢູ່ໃນໄລຍະພັດທະນາເປັນຢ່າງດີ, ຄາດວ່າການທົດລອງສຳລັບຄົນອາດຈະເລີ່ມໃນເດືອນກໍລະກົດຈະມາເຖິງ. ຕາມປົກກະຕິຕ້ອງໃຊ້ເວລາຢ່າງໜ້ອຍສຸດ 1 ປີເພື່ອຜະລິດຢາວັກຊີນເປັນຈຳນວນຫຼາຍ ຍ້ອນຕ້ອງທົດລອງຢ່າງຕໍ່ເນື່ອງຢູ່ບັນດາຮາກຖານຄົ້ນຄ້ວາທີ່ໄດ້ປະກອບອຸປະກອນທີ່ຕອບສະໜອງໄດ້ມາດຕະຖານຄວາມປອດໄພສູງ. ເຖິງຢ່າງໃດກໍ່ຕາມ, ປັດຈຸບັນ ບັນດານັກຄົ້ນຄ້ວາຕ້ອງນຳໃຊ້ເຕັກໂນໂລຢີໃໝ່ເພື່ອຫຼຸດ ເວລາໃນການຜະລິດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ