ຍ​ີ່​ປຸ່ນ, ຟີ​ລິບ​ປິນ ຈັດ​ກອງ​ປະ​ຊຸມເຈ​ລະ​ຈ​າ 2+2 ໃນ​ເດືອນນີ້

(VOVWORLD) -ຍີ່ປຸ່ນ ແລະ ຟີລິບປິນ ຈະຈັດຕັ້ງກອງປະຊຸມເຈລະຈາຄວາມໝັ້ນຄົງຂັ້ນລັດຖະມົນຕີ ສອງຝ່າຍຄັ້ງທຳອິດ ໃນເດືອນ ກຸມພານີ້ ເພື່ອແນໃສ່ເພີ່ມທະວີການຮ່ວມມືໃນບັນດາບັນຫາຄວາມໝັ້ນຄົງ ຢູ່ພາກພື້ນ, ພິເສດແມ່ນຄວາມໝັ້ນຄົງໃນການເດີນເຮືອ.

ດັ່ງນັ້ນ, ຟີລິບປິນ ຈະແມ່ນປະເທດທີ 9 ໃນໂລກ ແລະ ທີ 2 ຢູ່ ອາຊີຕາເວັນອອກສ່ຽງໃຕ້ (ຖັດຈາກ ອິນໂດເນເຊຍ) ເຊິ່ງ ຍີ່ປຸ່ນ ຈັດຕັ້ງການເຈລະຈາຕາມຮູບແບບ 2+2. ປົກກະຕິແລ້ວ, ການເຈລະຈາຕາມຮູບແບບນີ້ ມີການເຂົ້າຮ່ວມຂອງ ລັດຖະມົນຕີການຕ່າງປະເທດ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ ສອງຝ່າຍ.

ເຂົ້າຮ່ວມການເຈລະຈາຄັ້ງນີ້ ຝ່າຍຍີ່ປຸ່ນ ຈະມີການເຂົ້າຮ່ວມຂອງທ່ານລັດຖະມົນຕີການຕ່າງປະເທດ Hayasho Yoshimasa ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ Kishi Nobuo, ໃນຂະນະນັ້ນ ຝ່າຍ ຟີລິບປິນ ກໍ່ມີຄູ່ຕຳແໜ່ງຕາມລຳດັບແມ່ນທ່ານ Teodoro Locsin ແລະ ທ່ານ Delfin Lorenzana. ຄາດວ່າ ບັນດາລັດຖະມົນຕີສອງປະເທດ ຈະເຫັນດີເປັນເອກະພາບຕໍ່ທັດສະນະສະໜັບສະໜູນພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ຢ່າງເສລີ ແລະ ເປີດກ້ວາງ. ນອກຈາກນັ້ນ, ບັນດາລັດຖະມົນຕີ ກໍ່ຈະຢັ້ງຢືນລະດັບຄວາມສຳຄັນຂອງ ການແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ ຢູ່ທະເລໃຫ້ສອດຄ່ອງກັບກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ