ຍີ່ປຸ່ນ: ມີຜູ້ຮັບບາດເຈັບ ແລະ ເສຍຊີວິດ ເກືອບ 170 ຄົນ ຍ້ອນພາຍຸ Jebi

(VOVWORLD) -

ວັນທີ 4 ກັນຍາ, ວົງການເຈົ້າໜ້າທີ່ ຍີ່ປຸ່ນ ໃຫ້ຮູ້ວ່າ, ຢ່າງໜ້ອຍສຸດມີຄົນເສຍຊີວິດ 6 ຄົນ ແລະ ຮັບບາດເຈັບ ກວ່າ 160 ຄົນ ເມື່ອເກີດ ພາຍຸ Jebi  ດ້ວຍລົມແຮງທີ່ສຸດ ທີ່ໄດ້ພັດເຂົ້າເຂດທາງຕາເວັນຕົກຂອງປະເທດນີ້.

      

ຍີ່ປຸ່ນ: ມີຜູ້ຮັບບາດເຈັບ ແລະ ເສຍຊີວິດ ເກືອບ 170 ຄົນ ຍ້ອນພາຍຸ Jebi - ảnh 1 ສະພາບການລະເນລະນາດ ພາຍຫຼັງລູກພາຍຸ Jebi ພັດເຂົ້າ ຍີ່ປຸ່ນ

(ພາບ:AFP/TTXVN)

ຕາມສື່ມວນຊົນຂອງ ຍີ່ປຸ່ນ ແລ້ວ, ນອກຈາກ 6 ກໍລະນີທີ່ເສຍຊີວິດນັ້ນ, ມາຮອດຈຸດເວລານີ້ມີຄົນຖືກຮັບບາດເຈັບ ຍ້ອນ ພາຍຸ Jebi ນີ້ ຫຼາຍກວ່າ 160 ຄົນ.

        ພາຍຸ Jebi ໄດ້ກໍ່ໃຫ້ເກີດຝົນຕົກໜັກ, ເຮັດໃຫ້ສະໜາມບິນສາກົນ Kansai ຖືກນໍ້າຖ້ວມ, ເຮັດໃຫ້ສະໜາມບິນນີ້ ຕ້ອງປິດຊົ່ວຄາວ.  ຕໍ່ໜ້າສະພາບການດັ່ງກ່າວ, ທ່ານນາຍົກລັດຖະມົນຕີ Shinzo Abe ຕ້ອງຍົກເລີກແຜນການຄາດຄະເນ ເພື່ອໄປສໍາຫຼວດສະພາບການຝົນຕົກນໍ້າຖ້ວມຢູ່ບັນດາແຂວງເຂດຕາເວັນຕົກສ່ຽງໃຕ້.

ພາຍຸ Jebi ແມ່ນພາຍຸລູກແຮງທີ່ສຸດທີ່ພັດເຂົ້າຍີ່ປຸ່ນໃນຮອບເວລາ 25 ປີ ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ