ຍີ່ປຸ່ນ ມີເຕົາປະຕິກອນນິວເຄຼຍຕື່ມອີກ ແຫ່ງຫນຶ່ງເຄື່ອນໄຫວຄືນໃຫມ່

ຍີ່ປຸ່ນ ມີເຕົາປະຕິກອນນິວເຄຼຍຕື່ມອີກ      ແຫ່ງຫນຶ່ງເຄື່ອນໄຫວຄືນໃຫມ່ - ảnh 1
ໂຮງງານ​ໄຟຟ້າ​ນິວ​ເຄຼຍ Oi
ພາບ:xaluan.com


(vovworld) - ຕອນ​ຄຳ່​ວັນ​ທີ 18/7, ​ເຕົາ​ປະຕິ​ກອນ​ນິວ​ເຄຼຍ​ເລກ 4 ຢູ່ ​ໂຮງງານ​ໄຟຟ້າ​ນິວ​ເຄຼຍ Oi ຂອງ​ບໍລິສັດ​ໄຟຟ້າ Kansai - Kepco ​ແຂວງ Fukui ປະ​ເທດ ຍີ​່ປຸ່ນ ​ເລີ່​ມ​​ນຳ​ເຂົ້າເຄື່ອນ​ໄຫວຄືນ​ໃຫມ່. ນີ້​ແມ່ນ​ເຕົາ​ປະຕິ​ກອນ​   ນິວ​ເຄຼຍ​ແຫ່ງ​ທີ 2 ຢູ່ ປະ​ເທດ​ນີ້ ​ໄດ້​ນຳ​ເຂົ້າ​ເຄື່ອນ​ໄຫວ​ຄືນ​ໃຫມ່ ພາຍຫລັງ​ຖືກ​ອັດ​ປະຕູ​ເພື່ອ​ປະຕິບັດ​ການ​ກວດກາ​ຄັ້ງ​ຕ່າງໆ​ຕາມ​​ປະຈຳ. ຕາມ​ແຜນການ​ແລ້ວ,​​ ເຕົາ​ປະຕິ​ກອນ​ດັ່ງກ່າວ​ຈະ​ເລີ່​ມຜະລິດໄຟຟ້າ​ໃນ​ວັນ​ທີ 21/7 ຈະ​ມາ​ເຖິງ ​ເພື່ອ​ຫລຸດຜ່ອນ​ສະພາບ​ຂາດ​​ໄຟຟ້າ​ໃນ​ປະຈຸ​ບັນ​ຢູ່​ປະ​ເທດ​ນີ້. ​ເລື່ອງ​ນຳ​ເຕົາ​ປະຕິ​ກອນ​ນິວ​ເຄຼຍ 2 ​ແຫ່ງ​ເຂົ້າ​ເຄື່ອນ​ໄຫວ​ຄືນ​ໃຫມ່ ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ຄວາມ​ມານະ​ພະຍາຍາມ​ຂອງ​ລັດຖະບານ ຍີ່​ປຸ່ນ ​​ເພື່ອ​ແກ້​ໄຂ​ສະພາບ​ຂາ​ດ​ ໄຟຟ້າ​ໃນ​ລະດູ​ຮ້ອນ​ປີ​ນີ້.

ຂ່າວ/ບົດ​ອື່ນ