ຍີ່​ປຸ່ນ ຢັ້ງ​ຢືນ​ຄືນ​ຄ​ຳ​ໝັ້ນ​ສັນ​ຍາ​ສຳ​ລັບ​ພາກ​ພື້ນ ຕາ​ເວັນ​ອອກ​ກາງ

(VOVWORLD) -ໃນການເດີນທາງໄປຢ້ຽມຢາມທີ່ຈະແກ່ຍາວເປັນເວລາ 10 ວັນນີ້, ທ່ານ Toshimitsu Motegi ຈະຢ້ຽມຢາມ 7 ປະເທດ ເຊິ່ງລວມມີ ອີຢິບ, ອີຣານ, ອິດສະຣາແອັນ, ຈໍແດນ, ປາແລັດສະຕິນ, ຕວັກກີ ແລະ ກາຕາ.       
ຍີ່​ປຸ່ນ ຢັ້ງ​ຢືນ​ຄືນ​ຄ​ຳ​ໝັ້ນ​ສັນ​ຍາ​ສຳ​ລັບ​ພາກ​ພື້ນ ຕາ​ເວັນ​ອອກ​ກາງ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Toshimitsu Motegi (ພາບ:Reuters)

ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Toshimitsu Motegi ຈະເດີນທາງໄປຢ້ຽມຢາມ ຕາເວັນອອກກາງ ນັບແຕ່ວັນທີ 15 ສິງຫາ ເພື່ອປຶກສາຫາລືກ່ຽວກັບຄວາມໝັ້ນຄົງຂອງພາກພື້ນ ແລະ ຮັບມືກັບໂລກລະບາດໂຄວິດ - 19. ຄາດວ່າ, ໃນການເດີນທາງໄປຢ້ຽມຢາມທີ່ຈະແກ່ຍາວເປັນເວລາ 10 ວັນນີ້, ທ່ານ Toshimitsu Motegi ຈະຢ້ຽມຢາມ 7 ປະເທດ ເຊິ່ງລວມມີ ອີຢິບ, ອີຣານ, ອິດສະຣາແອັນ, ຈໍແດນ, ປາແລັດສະຕິນ, ຕວັກກີ ແລະ ກາຕາ.       

        ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວຢູ່ນະຄອນຫຼວງ ໂຕກຽວ, ທ່ານລັດຖະມົນຕີການຕ່າງປະເທດ Motegi ໃຫ້ຮູ້ວ່າ ໃນການເດີນທາງໄປຢ້ຽມຢາມຄັ້ງນີ້, ທ່ານຈະຢືນຢັນຄືນຄຳໝັ້ນສັນຍາຂອງ ຍີ່ປຸ່ນ ສຳລັບພາກພື້ນຕາເວັນອອກກາງ ໂດຍຜ່ານບັນດາການປະກອບສ່ວນຂອງປະເທດນີ້ທີ່ມີຕໍ່ສັນຕິພາບ ແລະ ວັດທະນາຖາວອນຂອງພາກພື້ນ ຕາເວັນອອກກາງໃນຫຼາຍປີຜ່ານມາ.

        ກ່ຽວຂ້ອງເຖິງອຳນາດການປົກຄອງໃໝ່ຂອງ ອີຣານ ແລະ ອິດສະຣາແອັນ, ທ່ານລັດຖະມົນຕີການຕ່າງປະເທດ Motegi  ໃຫ້ຮູ້ວ່າ ທ່ານຢາກປຶກສາຫາລືຢ່າງກົງໄປກົງມາກ່ຽວກັບທັດສະນະຂອງຕົນຕໍ່ສະພາບການຢູ່ພາກພື້ນ ແລະ ຈະຮ່ວມມືກັບເຂົາເຈົ້າຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ສະຖຽນລະພາບຂອງ ພາກພື້ນນີ້.

       

ຕອບກັບ

ຂ່າວ/ບົດ​ອື່ນ