ຍີ່ປຸ່ນ, ລັດເຊຍ ສົ່ງເສີມການປຶກສາຫາລືກ່ຽວກັບບັນດາການເຄື່ອນໄຫວລວມໃນໝູ່ເກາະຂັດແຍ້ງກັນ

ຍີ່ປຸ່ນ, ລັດເຊຍ ສົ່ງເສີມການປຶກສາຫາລືກ່ຽວກັບບັນດາການເຄື່ອນໄຫວລວມໃນໝູ່ເກາະຂັດແຍ້ງກັນ - ảnh 1

ຍີ່ປຸ່ນ, ລັດ​ເຊຍ ສົ່ງ​ເສີມການ​ປຶກສາ​ຫາລື​ກ່ຽວ​ກັບ
​ບັນດາ​ການ​ເຄື່ອນ​ໄຫວ​ລວມ​ໃນ​ໝູ່​ເກາະ​ຂັດ​ແຍ້​ງກັນ

(ພາບ: TTXVN)

(vovworld) - ​ ວັນ​ທີ 07/02 ສຳນັກ​ຂ່າວສານ Kyodo ຄັດ​ສະ​​ເໜີ​ແຫຼ່ງຂ່າວ​ຈາກ​ລັດຖະບານ ຍີ່ປຸ່ນ ​ໃຫ້​ຮູ້​ວ່າ ບັນດາ​ເຈົ້າ​ໜ້າ​ທີ່​ປະ​ເທດ​ນີ້ ​ແລະ ລັດ​ເຊຍ ​ໄດ້​ສ້າງ​ແຜນການ​ຈັດ​ຕັ້ງ​ການ​ເຈລະຈາ​ໃນ​ກາງ​ເດືອ​ນ 3 ຄາດ​ວ່າ​ໃນ​ວັນ​ທີ 14/03 ຈະ​ມາ​ເຖິງ​ຢູ່ນະຄອນຫລວງ ​ໂຕ​ກຽວ, ກ່ຽວ​ກັບ​ວິທີ​ການ​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​​ເສດຖະກິດ​ລວມ​ໃນ​ໝູ່​ເກາະ​ຂັດ​ແຍ້​ງກັນ ​ເຊິ່ງປະຈຸ​ບັນ​ໂດຍ ລັດ​ເຊຍ ຄຸ້ມ​ຄອງ ​ແລະ ​ເອີ້ນ​ວ່າ Nam Kuril, ​ໃນ​ຂະນະ​ນັ້ນ ຍີ່ປຸ່ນ ​ເອີ້ນ​ວ່າ ​ຜືນ​ແຜ່ນດິນພາກ​ເໜືອ.

        ກ່ອນ​ໜ​້ານັ້ນ​ໃນ​ວັນ​ດຽວ​ກັນ, ລັດຖະບານ ຍີ່ປຸ່ນ ​ໄດ້​ສ້າງ​ຕັ້ງ​ຄະນະ​ກຳມະການ​ໃໝ່ ​ເພື່ອ​ຄົ້ນຄວ້າ​ວິທີ​ການ​ຜັນ​ຂະ​ຫຍາ​ຍບັນດາ​ການ​ເຄື່ອນ​ໄຫ​ວດັ່ງກ່າວ. ກ່າວ​ຄຳ​ເຫັນ​ທີ່​ວາລະ​ປະຊຸມທຳ​ອິດ​ຂອງ​ຄະນະ​ກຳມະການ​ດັ່ງກ່າວ​ ເພື່ອ​ແນ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ໝູ່​ເກາະມຮາ​ພວມ​ຂັດ​  ແຍ້​ງກັນຢູ່​ສຳນັກ​ງານ​ກະຊວງ​ການ​ຕ່າງປະ​ເທດ ຍີ່ປຸ່ນ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຍີ່ປຸ່ນ Fumio Kishida ​ເນັ້ນ​ໜັກ​ວ່າ ​ເລື່ອງ​ຈັດ​ຕັ້ງການ​​ປຶກສາ​ຫາລືກ່ຽວ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ເສດຖະກິດ​ລວມ ຈະ​ແມ່ນ​ບາດກ້າວ​ສຳຄັນທີ່ກ້າວ​ໄປ​ເຖິງ​ການ​ລົງ​ນາມ​ໃນ​ສົນທິສັນຍາ​ສັນຕິພາບ​ລະຫວ່າງ 2 ປະ​ເທດ ພາຍຫລັງ​ສົງ​ຄາມ​ໂລກ​ຄັ້ງ​ທີ 2.

 

 

ຕອບກັບ

ຂ່າວ/ບົດ​ອື່ນ