ຍີ່​ປຸ່ນ ​ລະ​ນຶກ​ເຖິງ 77 ປີ​ແຫ່ງວັນ ອາ​ເມ​​ລິ​ກາ ຖີ້ມ​ລະ​ເບີດ​ປະ​ລະ​ມາ​ນູ​​ໃສ່​ນະ​ຄອນ Hiroshima

(VOVWORLD) - ພິທີໄດ້ສະຫງວນເວລາ 1 ນາທີ ເພື່ອກົ້ມຫົວໄວ້ອາໄລບັນດາຜູ້ປະສົບເຄາະຮ້າຍນໂສກມາດຕະກຳດັ່ງກ່າວ ເມື່ອວັນທີ 6 ສິງຫາປີ 1945 ຊື່ງໄດ້ເຮັດໃຫ້ມີເສຍຊີວິດປະມານ 140.000 ຄົນ.
ຍີ່​ປຸ່ນ ​ລະ​ນຶກ​ເຖິງ 77 ປີ​ແຫ່ງວັນ ອາ​ເມ​​ລິ​ກາ ຖີ້ມ​ລະ​ເບີດ​ປະ​ລະ​ມາ​ນູ​​ໃສ່​ນະ​ຄອນ Hiroshima - ảnh 1

 ຖະຫວາຍດອກໄມ້ທີ່ອະນຸສາວະລີ (ພາບ: Kyodo/TTXVN)

    ຕອນເຊົ້າວັນທີ 6 ສິງຫາ, ນະຄອນ Hiroshima ຂອງຍີ່ປຸ່ນ ໄດ້ຈັດພິທີລະນຶກເຖິງ 77 ປີແຫ່ງວັນ ອາເມລິກາ ຖີ້ມລະເບີດປະລະມານູໃສ່ນະຄອນນີ້ ໂດຍມີການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ພ້ອມດ້ວຍບັນດາເຈົ້າໜ້າທີ່ລັດຖະບານ ແລະ ແຂກສາກົນ, ໃນນັ້ນ ມີທ່ານເລຂາທິການໃຫ່ຍ ສປຊ Antonio Guterres.

ພິທີໄດ້ສະຫງວນເວລາ 1 ນາທີ ເພື່ອກົ້ມຫົວໄວ້ອາໄລບັນດາຜູ້ປະສົບເຄາະຮ້າຍນໂສກມາດຕະກຳດັ່ງກ່າວ ເມື່ອວັນທີ 6 ສິງຫາປີ 1945 ຊື່ງໄດ້ເຮັດໃຫ້ມີເສຍຊີວິດປະມານ 140.000 ຄົນ. ກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການໃຫ່ຍ ສປຊ Antonio Guterres ຮຽກຮ້ອງໃຫ້ບັນດາປະເທດເຂົ້າຮ່ວມສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ (NPT) ພວມຈັດການປະຊຸມຢູ່ ນິວຢອກ ປະເທດອາເມລິກາ ຈົ່ງພິຈາລະນາຄືນການປະຕິບັດສົນທິສັນຍາ ເພື່ອມີການກະທຳດ່ວນ ແນໃສ່ລົບລ້າງ “ບັນດາສາງສະສົມນາບຂູ່ເຖິງອະນາຄົດຂອງມວນມະນຸດ”.

ຕອບກັບ

ຂ່າວ/ບົດ​ອື່ນ