ຍີ່ປຸ່ນ, ສ ເກົາຫຼີ, ອາເມລິກາ ຊ້ອມຮົບຕ້ານອາວຸດລ້າງຜານ

(VOVWORLD) - ນີ້ແມ່ນການຊ້ອມຮົມ 3 ຝ່າຍຕ້ານການແຜ່ຂະຫຍາຍອາວຸດລ້າງຜານບົນທະເລທຳອິດນັບແຕ່ປິ 2016 ແລະ ກໍ່ແມ່ນການຊ້ອມຮົບຕ້ານຈົນສະລັດທຳອິດນັບແຕ່ປີ 2017.
ຍີ່ປຸ່ນ, ສ ເກົາຫຼີ, ອາເມລິກາ ຊ້ອມຮົບຕ້ານອາວຸດລ້າງຜານ - ảnh 1(ພາບປະກອບ: Yonhap)

ວັນທີ 10 ຕຸລາ, ກອງທັບ 3 ປະເທດ ສ ເກົາຫຼີ, ອາເມລິກາ ແລະ ຍີ່ປຸ່ນ ໄດ້ເລີ່ມຊ້ອມຮົບຮ່ວມຕ້ານການແຜ່ຂະຫຍາຍອາວຸດລ້າງຜານ (WMD) ຢູ່ເຂດທະເລສາກົນທາງຢູ່ທິດຕາເວັນອອກສ່ຽງເໜືອຂອງໝູ່ເກາະ Jeju, ສ ເກົາຫຼີ.

        ນີ້ແມ່ນການຊ້ອມຮົມ 3 ຝ່າຍຕ້ານການແຜ່ຂະຫຍາຍອາວຸດລ້າງຜານບົນທະເລທຳອິດນັບແຕ່ປິ 2016 ແລະ ກໍ່ແມ່ນການຊ້ອມຮົບຕ້ານຈົນສະລັດທຳອິດນັບແຕ່ປີ 2017. ເຂົ້າຮ່ວມການຊ້ອມຮົບມີກ່ຳປັ່ນຂັບໄລ່ ແລະ ກ່ຳປັ່ນໜູນຊ່ວຍດ້ານພາລະທິການ Cheonji – AOE -57 ຂອງທະຫານເຮືອ ສ ເກົາຫຼີ, ກ່ຳປັ່ນສະໜາມບິນ ຂອງທະຫານເຮືອ ອາເມລິກາ ແລະ ກ່ຳປັ່ນຂັບໄລ່ຂົນສົ່ງເຮືອ Hyuga ຂອງກຳລັງປ້ອງກັນຕົວບົນທະເລຂອງ ຍີ່ປຸ່ນ.

        ຕາມກອງທັບ ສ ເກົາຫຼີ ແລ້ວ, ການຊ້ອມຮົບສຸມໃສ່ເຂົ້າໃນການດັດປັບກຳລັງຄວາມສາມາດນາບຂູ່ ແລະ ຮັບມືຂອງ ສ ເກົາຫຼີ, ອາເມລິກາ ແລະ ຍີ່ປຸ່ນ ຕໍ່ໜ້າການເພີ່ມທະວີຄວາມນາບຂູ່ດ້ານນິວເຄຼຍ ແລະ ລູກສອນໄຟຂອງ ສ ເກົາຫຼີ, ພ້ອມທັງເພີ່ມທະວີຄວາມສາມາດສູ້ຮົບບົນທະເລ ເພື່ອຮັບມືກັບບັນດາໄພນາບຂູ່ດ້ານຄວາມໝັ້ນຄົງບົນທະເລ ແລະ ສ້າງບັນດາຫຼັກການອີງໃສ່ກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ