ຍີ່ປຸ່ນ ສົ່ງເສີມແຜນການຈັດສົ່ງທະຫານໄປຍັງຕາເວັນອອກກາງ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໄດ້ແລກປ່ຽນກ່ຽວກັບແຜນການຈັດສົ່ງກຳລັງປ້ອງກັນຕົວ (SDF) ໄປຍັງພາກພື້ນຕາເວັນອອກກາງ ໃນການພົບປະເຈລະຈາກັບທ່ານປະທານາທິບໍດີ ອີຣານ Hassan Rouhani ໃນວັນທີ 20 ທັນວາ. 
ຍີ່ປຸ່ນ ສົ່ງເສີມແຜນການຈັດສົ່ງທະຫານໄປຍັງຕາເວັນອອກກາງ - ảnh 1 ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe  ແລະ ທ່ານປະທານາທິບໍດີ ອີຣານ Hassan Rouhani (ພາບ:  AP)

ທີ່ການພົບປະເຈລະຈາ, ພ້ອມກັບເລື່ອງສະແດງໃຫ້ເຫັນຫຼັກໝັ້ນສືບຕໍ່ມານະພະຍາຍາມຫລຸດຜ່ອນຄວາມເຄັ່ງຕຶງຢູ່ພາກພື້ນຕາເວັນອອກກາງນັ້ນ, ທ່ານນາຍົກລັດຖະມົນຕີ Shinzo Abe ໄດ້ຊີ້ແຈ້ງວິທີການ ເຊິ່ງ ຍີ່ປຸ່ນ ຢາກປະກອບສ່ວນເຂົ້າໃນສະຖຽນລະພາບ ແລະ ສັນຕິພາບຢູ່ຕາເວັນອອກກາງ ໂດຍຜ່ານເລື່ອງຈັດສົ່ງກຳລັງ SDF ໄປຍັງພາກພື້ນນີ້. ສ່ວນທ່ານປະທານາທິບໍດີ ອີຣານ Hassan Rouhani ໄດ້ຕີລາຄາສູງຄວາມມານະພະຍາຍາມການຕ່າງປະເທດຂອງ ຍີ່ປຸ່ນ, ພ້ອມທັງ ເນັ້ນໜັກວ່າ ທ່ານເຂົ້າໃຈເຈດຈຳນົງຂອງ ຍີ່ປຸ່ນ ໃນການປະກອບສ່ວນຮັບປະກັນຄວາມປອດໄພໃຫ້ບັນດາກ່ຳປັ່ນທີ່ກ່ຽວຂ້ອງ ໂດຍຜ່ານຂໍ້ລິເລີ່ມສະເພາະ. ໝາກຜົນຂອງການພົບປະເຈລະຈາກັບທ່ານປະທານາທິບໍດີ ອີຣານ ໄດ້ຮັບຖືວ່າ ແມ່ນພື້ນຖານ ເພື່ອໃຫ້ ຍີ່ປຸ່ນ ຮັບຮອງເອົາເລື່ອງຈັດສົ່ງ SDF ໄປຍັງພາກພື້ນຕາເວັນອອກກາງ ທີ່ກອງປະຊຸມຄະນະລັດຖະບານໃນວັນທີ 27 ທັນວາ ຈະມາເຖິງ ແລະ ຊຸກຍູ້ບັນດາເງື່ອນໄຂຈຳເປັນ ເພື່ອປະຕິບັດແຜນການນີ້.

ຕອບກັບ

ຂ່າວ/ບົດ​ອື່ນ