ຍີ່​ປຸ່ນ ສືບ​ຕໍ່​ມີ​ຄວາມ​ວິ​ຕົກ​ກັງ​ວົນກ່ຽວ​ກັບ​ລັກ​ສະ​ນະ​ນິ​ຕິ​ກຳຂອງ ກົດ​ໝາຍ​ວ່າ​ດ້ວຍ​ຕຳຫຼວດ​ທະ​ເລຂອງ ຈີນ

(VOVWORLD) -ແຜນນະໂຍບາຍຂອງ ຈີນ ທີ່ລະບຸໃນກົດໝາຍວ່າດ້ວຍຕຳຫຼວດທະເລ ກ່ຽວກັບການອະນຸຍາດໃຫ້ນຳໃຊ້ອາວຸດຢູ່ບໍລິເວນຕ່າງໆ ແມ່ນໄດ້ສະແດງອອກແບບລວມໆ.
ຍີ່​ປຸ່ນ ສືບ​ຕໍ່​ມີ​ຄວາມ​ວິ​ຕົກ​ກັງ​ວົນກ່ຽວ​ກັບ​ລັກ​ສະ​ນະ​ນິ​ຕິ​ກຳຂອງ ກົດ​ໝາຍ​ວ່າ​ດ້ວຍ​ຕຳຫຼວດ​ທະ​ເລຂອງ ຈີນ - ảnh 1ທ່ານ Kishi Nobuo ລັດຖະມົນຕີກະຊວງປ້ອງກັນຕົວຂອງ ຍີ່ປຸ່ນ (ພາບ: Reuters)
ໃນບົດກ່າວປາໄສໃນວັນທີ 8 ມີນາ, ທ່ານ Kishi Nobuo ລັດຖະມົນຕີກະຊວງປ້ອງກັນຕົວຂອງ ຍີ່ປຸ່ນ ຖືວ່າ ແຜນນະໂຍບາຍຂອງ ຈີນ ທີ່ລະບຸໃນກົດໝາຍວ່າດ້ວຍຕຳຫຼວດທະເລ ກ່ຽວກັບການອະນຸຍາດໃຫ້ນຳໃຊ້ອາວຸດຢູ່ບໍລິເວນຕ່າງໆ ແມ່ນໄດ້ສະແດງອອກແບບລວມໆ, ພ້ອມທັງ ສືບຕໍ່ສະແດງຄວາມວິຕົກກັງວົນກ່ຽວກັບລັກສະນະນິຕິກຳ ຂອງກົດໝາຍສະບັບດັັ່ງກ່າວ. ໃນຂະນະນັ້ນ, ເຈົ້າໜ້າທີ່ທາງການທູດ ຮັບຜິດຊອບກ່ຽວກັບບັນຫາ ອາຊີ ໃຫ້ຮູ້ວ່າ ໃນເນື້ອໃນຂອງກົດໝາຍວ່າດ້ວຍຕຳຫຼວດທະເລ, ຈີນ ໄດ້ຢືນຢັນການກະທຳເຮັດໃຫ້ກໍ່າປັ່ນຈົມນ້ຳ ແລະ ສີດນ້ຳໃສ່ກ່ຳປັ່ນຂອງຊາວປະມົງບາງປະເທດ. ຕາມນັ້ນແລ້ວ, ບໍ່ພຽງແຕ່ຢູ່ເຂດທະເລຮວາຕູງ ເທົ່ານັ້ນ ຫາກຍັງຢູ່ ເຂດທະເລຕາເວັນອອກ, ຈີນ ກຳລັງຫັນບັນດາການກະທຳເກາະຜິດຂອງຕົນໃຫ້ຖືກຕ້ອງຕາມກົດໝາຍ ດ້ວຍການວາງອອກກົດໝາຍວ່າດ້ວຍຕຳຫຼວດທະເລສະບັບໃໝ່. ນີ້ແມ່ນສິ່ງທີ່ໜ້າວິຕົກກັງວົນທີ່ສຸດ.

        ກ່ອນໜ້ານັ້ນ, ວັນທີ 22 ມັງກອນ, ຄະນະປະຈຳສະພາແຫ່ງຊາດ ຈີນ ໄດ້ອັດກອງປະຊຸມຄັ້ງທີ 25. ໃນກອງປະຊຸມຄັ້ງນີ້, ທ່ານປະທານປະເທດ ຈີນ ສີຈີນຜິງ ໄດ້ເຊັນປະກາດໃຊ້ກົດໝາຍວ່າດ້ວຍຕຳຫຼວດທະເລ ໂດຍອະນຸຍາດໃຫ້ກຳລັງຕຳຫຼວດທະເລຂອງປະເທດນີ້ ໄດ້ນຳໃຊ້ອາວຸດສຳລັບກໍ່າປັ່ນຕ່າງປະເທດ. ຫາງສຽງຖືວ່າ, ການກະທຳດັ່ງກ່າວຂອງ ປັກກິ່ງ ອາດຈະກໍ່ຄວາມເຄັ່ງຕຶງໃໝ່ຢູ່ ທະເລຕາເວັນອອກ ແລະ ທະເລ ຮວາຕູງ.

ບຸ່ຍຮຸ່ງ - ນັກຂ່າວ VOV ປະຈຳ ຍີ່ປຸ່ນ


 

ຕອບກັບ

ຂ່າວ/ບົດ​ອື່ນ