ຍີ່ປຸ່ນ ສະເຫຼີມສະຫຼອງ 68 ປີແຫ່ງວັນ ອາເມລິກາ ຖິ້ມລະເບີດປະລະມານູ ລົງ Hiroshima

ຍີ່ປຸ່ນ ສະເຫຼີມສະຫຼອງ 68 ປີແຫ່ງວັນ ອາເມລິກາ ຖິ້ມລະເບີດປະລະມານູ ລົງ Hiroshima - ảnh 1
ມີປະຊາຊົນນັບ​ໝື່ນ​ຄົນ​ເຂົ້າ​ຮ່ວມ​ພິທີ
(ພາບ: Kyodo)

(vovworld) – ວັນ​ທີ 6/8, ຢູ່​ສວນສາທາລະນະ ສັນຕິພາບ​ຢູ່​ນະຄອນ Hiroshima, ປະ​ເທດ ຍີ່ປຸ່ນ ​ໄດ້​ດຳ​ເນີນ​ພິທີ​ສະ​ເຫຼີ​ມສະຫຼອງສັນຕິພາບ​ເພື່ອ​ອາ​ໄລ​ຫາ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ເຫດ​ຖິ້ມ​ລະ​ເບີດ​ປະລະມານູ​ລົງ​ນະຄອນ​ນີ້​ຄົບຮອບ 68 ປີ. ມີປະຊາຊົນນັບ​ໝື່ນ​ຄົນ​ເຂົ້າ​ຮ່ວມ​ພິທີ, ​ໃນ​ນັ້ນ​ມີ​ນັກ​ການ​ທູດ​ທີ່​ມາ​ຈາກ 70 ປະ​ເທດ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ມຸ່ງ​ໄປ​ເຖິງ​ໂລກ​ແຫ່ງ​ປອດ​ນິວ​ເຄຼຍ, ​ແລະ ໜູນ​ຊ່ວຍ​ໃຫ້​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກລະ​ເບີດປະລະມານູ ຊ່ວ​ຍ​ເຂົາ​ເຈົ້າ​ຜ່ານ​ຜ່າ​ຄວາມ​ເຈັບ​ປວດ. ທ່ານ​ນາຍົກລັດຖະມົນຕີ Shinzo Abe ຢືນຢັນວ່າ:  ຍີ່ປຸ່ນ​ຍັງ​ຄົງ​ຈະ​ປະຕິບັດ 3 ຫຼັກການ​ປອດ​ນິຍ​ເຄຼຍ​ເຊິ່ງລວມມີ: ບໍ່​ຜະລິດ, ບໍ່​ປະດິດ​ອາວຸດນິວ​ເຄຼຍ ​ແລະ ບໍ່ອະນຸຍາດ​ໃຫ້ອາວຸດ ນິວ​ເຄຼຍ​ປະກົດ​ຢູ່​ເຂດ​ດິນ​ແດນຂອງ ຍີ່ປຸ່ນ.

    ​ໃນ​ຈົດໝາຍ​ຝາກ​ເຖິງ​ບັນດາ​ຜູ້​ເຂົ້າ​ຮ່ວມ​ພິທີ, ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki – moon ​ເນັ້ນ​ໜັກ​ວ່າ “ພວກ​ເຮົາ​ໃຫ້​ຄຳ​ໝັ້ນ​ສັນຍາ​ປະຕິບັດ​ຕາມ​ຈຸດປະສົງ​ສ້າງ​ໂລກ​ແຫ່ງ​ປອດ​ນິວ​ເຄຼຍ” ​ເພາະວ່າ​ນີ້​ແມ່ນ​ວິທີ​ມີ​ຄວາມ​ໝາຍ​ທີ່​ສຸດ​ເພື່ອ​ສ້າງ​ອະນາຄົດ​ອັນ​ດີງາມ​ກ່ວາ​ໃຫ້​ແກ່​ທຸກໆ​ຄົນ.

 

 

 


ຂ່າວ/ບົດ​ອື່ນ