ຍີ່​ປຸ່ນ ສະ​ໜັບ​ສະ​ໜູນ​ຖະ​ແຫຼງ​ການ​ຮ່ວມ​ວ່າ​ດ້ວຍ​ການສະ​ກັດ​ກັ້ນ​ການ​ແຜ່​ຂະ​ຫຍາຍ​ອາ​ວຸດ​ນິວ​ເຄຼຍ

(VOVWORLD) -ຍີ່ປຸ່ນ ຊົມເຊີຍຖະແຫຼງການລວມຂອງ 5 ປະເທດ ແລະ ເຊື່ອໝັ້ນວ່າການກະທຳນີ້ຈະສ້າງກຳລັງໜູນເພື່ອຫັນເປົ້າໝາຍ ໂລກປອດອາວຸດນິວເຄຼຍໃຫ້ປະກົດຜົນເປັນຈິງ.
ຍີ່​ປຸ່ນ ສະ​ໜັບ​ສະ​ໜູນ​ຖະ​ແຫຼງ​ການ​ຮ່ວມ​ວ່າ​ດ້ວຍ​ການສະ​ກັດ​ກັ້ນ​ການ​ແຜ່​ຂະ​ຫຍາຍ​ອາ​ວຸດ​ນິວ​ເຄຼຍ - ảnh 1ທຸງຊາດ ຂອງ 5 ປະເທດສະມາຊິກ ສະພາຄວາມໝັ້ນຄົງ ສປຊ (ພາບ: TTXVN)

 ວັນທີ 5 ມັງກອນ ປີ 2022, ທ່ານ ຫົວໜ້າຫ້ອງວ່າການລັດຖະບານ ຍີ່ປຸ່ນ Hirokazu Matsuno ໃຫ້ຮູ້ວ່າລັດຖະບານ ຍີ່ປຸ່ນ ຊົມເຊີຍຖະແຫຼງການຮ່ວມຂອງ ລັດເຊຍ, ອາເມລິກາ, ຈີນ, ອັງກິດ ແລະ ຝລັ່ງ ວ່າດ້ວຍການສະກັດກັ້ນສົງຄາມນິວເຄຼຍ ແລະ ຫຼີກລ້ຽງການຊ່ວງເສັງດ້ານອາວຸດ, ພ້ອມທັງຢັ້ງຢືນວ່າ ຖະແຫຼງການນີ້ປະກອບສ່ວນຮັບປະກັນໃຫ້ໂລກປອດອາວຸດນິວເຄຼຍ.

ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ ໂຕກຽວ, ທ່ານ Matsumono ຊີ້ແຈ້ງວ່າ ຍີ່ປຸ່ນ ຊົມເຊີຍຖະແຫຼງການລວມຂອງ 5 ປະເທດ ແລະ ເຊື່ອໝັ້ນວ່າການກະທຳນີ້ຈະສ້າງກຳລັງໜູນເພື່ອຫັນເປົ້າໝາຍ ໂລກປອດອາວຸດນິວເຄຼຍໃຫ້ປະກົດຜົນເປັນຈິງ. ທ່ານ Matsumono ຢັ້ງຢືນວ່າ, ເຊິ່ງເປັນປະເທດທີ່ເຄີຍຖືກບຸກໂຈມຕີດ້ວຍລະເບີດປະສານມະນຸດ, ຍີ່ປຸ່ນ ຈະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອບັນລຸໄດ້ເປົ້າໝາຍລົບລ້າງອາວຸດນິວເຄຼຍໃຫ້ໝົດກ້ຽງ.

ຕອບກັບ

ຂ່າວ/ບົດ​ອື່ນ