ຍີ່ປຸ່ນ ສ້າງເງື່ອນໄຂສະດວກໃຫ້ແກ່ຄົນງານຕ່າງປະເທດ

(VOVWORLD) - ແຮງງານຂອງບັນດາປະເທດນີ້ອາດຈະເຮັດວຽກໃນ 14 ຂົງເຂດ, ໃນນັ້ນມີການກໍ່ສ້າງ, ດຳເນີນທຸລະກິດພັດຕະຄານ, ກະສິກຳ ແລະ ວຽກງານພະນາບານ

ວັນທີ 25 ທັນວາ, ລັດຖະບານ ຍີ່ປຸ່ນ ໄດ້ຮັບຮອງເອົາບັນດາມາດຕະການເພື່ອສ້າງເງື່ອນໄຂສະດວກ ແລະ ຮັບປະກັນຊີວິດການເປັນຢູ່ໃຫ້ແກ່ຄົນງານຕ່າງປະເທດ. ຕາມນັ້ນແລ້ວ, ແຮງງານຂອງປະເທດຕ່າງໆທີ່ໄດ້ຮັບຖືວ່າຈະເຂົ້າເມືອງຜ່ານລະບົບວີຊາແບບໃໝ່, ເປັນຕົ້ນແມ່ນ 9 ປະເທດອາຊີເຊິ່ງລວມມີ: ກຳປູເຈຍ, ອິນໂດເນເຊຍ, ມົງໂກນ, ມຽນມາ, ເນປານ, ໄທ, ຈີນ, ຟີລິບປິນ ແລະ ຫວຽດນາມ. ແຮງງານຂອງບັນດາປະເທດນີ້ອາດຈະເຮັດວຽກໃນ 14 ຂົງເຂດ, ໃນນັ້ນມີການກໍ່ສ້າງ, ດຳເນີນທຸລະກິດພັດຕະຄານ, ກະສິກຳ ແລະ ວຽກງານພະນາບານ. ຕາມລະບົບວີຊາແບບໃໝ່, ຄົນງານຕ່າງປະເທດ, ອາຍຸແຕ່ 18 ຂຶ້ນໄປຈະໄດ້ຮັບຕາມວິຊາ 2 ປະເພດ. ປະເພດທຳອິດແມ່ນຮຽກຮ້ອງໃຫ້ຄົນງານມີລະດັບຄວາມຮູ້ ແລະ ລະດັບວິຊາການພໍສົມຄວນ, ໃນນັ້ນ ປະເພດທີສອງສຳລັບກຸ່ມຄົນມີທັກສະການເຮັດວຽກລະດັບສູງກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ