ຍີ່ປຸ່ນ, ສ.ເກົາຫຼີ ເຊື່ອມຕໍ່ການໂອ້ລົມສົນທະນາດ້ານເສດຖະກິດຂັ້ນສູງ ພາຍຫຼັງ 8 ປີຖືກຢຸດສະງັກ

(VOVWORLD) - ເລື່ອງ ໂຕກຽວ ແລະ ເຊີອຸ່ນ ເຊື່ອມຕໍ່ບັນດາການທາບທາມຄວາມເຫັນດ້ານເສດຖະກິດຂັ້ນສູງ 2 ຝ່າຍແມ່ນເຫດການຫຼ້າສຸດ ໃນການເຄື່ອນໄຫວປັບປຸງການພົວພັນລະຫວ່າງ 2 ປະເທດ
ຍີ່ປຸ່ນ, ສ.ເກົາຫຼີ ເຊື່ອມຕໍ່ການໂອ້ລົມສົນທະນາດ້ານເສດຖະກິດຂັ້ນສູງ ພາຍຫຼັງ 8 ປີຖືກຢຸດສະງັກ - ảnh 1ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol
(ພາບ: Kyodo/TTXVN)

ຍີ່ປຸ່ນ ແລະ ສ.ເກົາຫຼີ ແລະ ເຊື່ອມຕໍ່ບັນດາການໂອ້ລົມສົນທະນາດ້ານເສດຖະກິດຂັ້ນສູງໃນທ້າຍປີ 2023, ພາຍຫຼັງຖືກຢຸດສະງັກເປັນເວລາເກືອບ 8 ປີ ທີ່ກ່ຽວຂ້ອງເຖິງຫຼາຍບັນຫາ. ວັນທີ 3 ທັນວາ, ສຳນັກຂ່າວສານ Yonnhap ໄດ້ຄັດສະເໜີແຫຼ່ງຂ່າວທາງການທູດໂດຍໃຫ້ຮູ້ວ່າ, 2 ປະເທດໄດ້ເຫັນດີດຳເນີນການພົບປະຢູ່ ເຊີອຸ່ນ ໃນທ້າຍເດືອນ ທັນວາ ນີ້.

ເລື່ອງ ໂຕກຽວ ແລະ ເຊີອຸ່ນ ເຊື່ອມຕໍ່ບັນດາການທາບທາມຄວາມເຫັນດ້ານເສດຖະກິດຂັ້ນສູງ 2 ຝ່າຍແມ່ນເຫດການຫຼ້າສຸດ ໃນການເຄື່ອນໄຫວປັບປຸງການພົວພັນລະຫວ່າງ 2 ປະເທດ ພາຍຫຼັງການໂຕ້ຖຽງກັນກ່ຽວຂ້ອງເຖິງບັນຫາແຮງງານຖືກບັງຄັບໃນໄລຍະສົງຄາມ. ທີ່ກອງປະຊຸມສຸດຍອດ ອົງການສົນທິສັນຍາມະຫາສະໝຸດອັດລັງຕິກເໜືອ (NATO) ຈັດຂຶ້ນໃນເດືອນ ກໍລະກົດ ຜ່ານມາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ໄດ້ເຫັນດີເຊື່ອມຕໍ່ການໂອ້ລົມສົນທະນາດ້ານເສດຖະກິດ ແລະ 2 ຝ່າຍກໍ່ຢືນຢັນຄຳໝັ້ນສັນຍາຈະດຳເນີນບັນດາເຫດການນີ້ໃນບັນດາການພົບປະຂັ້ນສຸດຍອດຕໍ່ໄປ.

ຕອບກັບ

ຂ່າວ/ບົດ​ອື່ນ