ຍີ່ປຸ່ນ, ສ.ເກົາຫຼີ ໃຫ້ຄຳໝັ້ນສັນຍາຮ່ວມມື ໃນບັນຫາກ່ຽວຂ້ອງເຖິງ ສປປ.ເກົາຫຼີ

ຍີ່ປຸ່ນ, ສ.ເກົາຫຼີ ໃຫ້ຄຳໝັ້ນສັນຍາຮ່ວມມື ໃນບັນຫາກ່ຽວຂ້ອງເຖິງ ສປປ.ເກົາຫຼີ - ảnh 1
(ພາບປະກອບ)

(vovworld) –  ວັນ​ທີ 16/07, ສ.​ເກົາຫຼີ ​ແລະ ຍີ່ປຸ່ນ ​ໄດ້​ເຫັນ​ດີ​ປັບປຸງ​ການ​ພົວພັນ 2 ຝ່າຍ ​ແລະ 3 ຝ່າຍ​ກັບ​ອາ​ເມ​ລິ​ກາ ​ໃນ​ການ​ຄວບ​ຄຸມ​ບັນດາ​ໂຄງການ​ລູກ​ສອນ​ໄຟ ​ແລະ ອາ​ວຸດ​ນິວ​ເຄຼຍຂອງ​ສປປ.​ເກົາຫຼີ. ກ່າວ​ຄຳ​ເຫັນ​ກັບ​ນັກ​ຂ່າວ ພາຍ​ຫຼັງການ​ພົບ​ປ​ະກັບ​ວົງ​ການ​ເຈົ້າ​ໜ້າ​ທີ່​ຍີ່ປຸ່ນ ຢູ່​ໂຕ​ກຽວ, ຜູ້ຕາງໜ້າ​ຝ່າຍ​ສ.​ເກົາຫຼີ ຊີ້​ແຈ້ງວ່າ ຍາມ​ໃດ​ສ.​ເກົາຫຼີ ກໍ່ສະໜັບສະໜູນຄວາມ​ມາ​ນາ​ພະຍາຍາມ​​ຂອງ​ຍີ່ປຸ່ນ ​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນຫາ​ພົນລະ​ເມືອງ​ຖືກ​ລອກ​ຈັບ​ຕົວ​ຢູ່​ສປປ.​ເກົາຫຼີ ​ກ່ອນ​ນີ້ ​ແຕ່ ​ເຊີ​ອູ​ນ ຫວັງ​ວ່າ ບັນດາ​ຄວາມ​ມານະ​ພະຍາຍາມ​ຄື​ແນວ​ນັ້ນ ຈະ​ບໍ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ຮ່ວມ​ມື 3 ຝ່າຍ ​ແລະ ກ່ຽວຂ້ອງ​ເຖິງ​ບັນດາ​ໂຄງການ​ນິວ​ເຄຼຍ ​ແລະ ລູກ​ສອນ​ໄຟ​ຂອງ​ສປປ.​ເກົາຫຼີ. ຄຳ​ກ່າວ​​ປາ​ໄສ​ດັ່ງກ່າວຂອງ​ທ່ານ Hwang ​​ແມ່ນ​ຊ​້ອນ​ແຝງ​ເນື້ອ​ໃນເລື່ອງຍີ່ປຸ່ນ ປະຕິບັດ​ນະ​ໂຍບາຍ​ຍົກ​ເລີກ​ບັນດາ​ມາດ​ຕະການ​ລົງ​ໂທດ​ພຽງ​ລຳພັງ​ຝ່າຍ​ກ່ຽວ​ສຳລັບ​ພຽງ​ຢາງ ​​ເທື່ອ​ລະ​ກ້າວ.

ຂ່າວ/ບົດ​ອື່ນ