ຍີ່​ປຸ່ນ: ຫິ​ມະ​ຕົກ​ໜັກ​ເຮັດ​ໃຫ້​ການ​ສັນ​ຈອນ​ໄປ​ມາ​ຖືກ​ຕັດ​ຂາດ ແລະ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດຢ່າ​ງ​ໜ້ອຍ​ສຸດ 3 ຄົນ

(VOVWORLD) - ໃນວັນທີ 25 ມັງກອນ, ເຮັດໃຫ້ການສັນຈອນໄປມາຖືກແອອັດ, ມີເຮືອບິນນັບຮ້ອຍຖ້ຽວຈຳເປັນຕ້ອງຍົກເລີກ ແລະ ການເຄື່ອນໄຫວຂອງລົດໄຟກໍຖືກຕັດຂາດເຊັ່ນດຽວກັນ, ພ້ອມດຽວກັນນັ້ນ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 3 ຄົນ.
ຍີ່​ປຸ່ນ: ຫິ​ມະ​ຕົກ​ໜັກ​ເຮັດ​ໃຫ້​ການ​ສັນ​ຈອນ​ໄປ​ມາ​ຖືກ​ຕັດ​ຂາດ ແລະ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດຢ່າ​ງ​ໜ້ອຍ​ສຸດ 3 ຄົນ - ảnh 1ການເຄື່ອນໄຫວຂອງລົດໄຟກໍຖືກຕັດຂາດ (ພາບ: Reuters)

ສະພາບຫິມະຕົກໜັກສືບຕໍ່ປົກຄຸມໄປຫຼາຍເຂດ, ພາກຂອງ ຍີ່ປຸ່ນ ໃນວັນທີ 25 ມັງກອນ, ເຮັດໃຫ້ການສັນຈອນໄປມາຖືກແອອັດ, ມີເຮືອບິນນັບຮ້ອຍຖ້ຽວຈຳເປັນຕ້ອງຍົກເລີກ ແລະ ການເຄື່ອນໄຫວຂອງລົດໄຟກໍຖືກຕັດຂາດເຊັ່ນດຽວກັນ, ພ້ອມດຽວກັນນັ້ນ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 3 ຄົນ. ຄາດວ່າ ໃນວັນທີ 26 ມັງກອນ, ບັນດາເຂດຄື Hokuriku, ພາກກາງ ແລະ Kanto – Koshin, ພາກຕາເວັນອອກ ຍີ່ປຸ່ນ ຢັ້ງຢືນວ່າຈະມີປະລິມານຫິມະຕົກອີກ, ດ້ວຍຄວາມໜ້າເຖິງ 70 ຫາ 90 cm.

        ຕາມສະຖານີວິທະຍຸ NHK ແລ້ວ, ມີຜູ້ໂດຍສານປະມານ 3.000 ຄົນ ຖືກຕິດຄ້າງຢູ່ສະຖານີລົດໄຟ, ພາຍຫຼັງທີ່ເກີດຫິມະຕົກ ແລະ ລົມພັດແຮງ, ການບໍລິການຕ່າງໆຈຳເປັນຕ້ອງຢຸດເຄື່ອນໄຫວ. ສຳລັບບັນດາຖ້ຽວບິນຂອງບໍລິສັດການບິນຄື Japan Airlines ແລະ All Nippon Airways ກໍຕ້ອງຍົກເລີກກວ່າ 300 ຖ້ຽວໃນວັນທີ 25 ມັງກອນ.

ຕອບກັບ

ຂ່າວ/ບົດ​ອື່ນ