ຍີ່ປຸ່ນ, ອາເມລິກາ ດຳເນີນການຊ້ອມຮົບບົນທະເລ ຍີ່ປຸ່ນ

(VOVWORLD) - ວັນທີ 01 ມີຖຸນາ ກ່ຳປັ່ນບັນທຸກເຮືອບິນ 2 ລຳຂອງ ອາເມລິກາ ແລະ ບັນດາກ່ຳປັ່ນຂອງກຳລັງປ້ອງກັນຕົວບົນທະເລ (MSDF) ຂອງ ຍີ່ປຸ່ນ ເລີ່ມຕົ້ນການຊ້ອມຮົບຮ່ວມທີ່ແກ່ຍາວເປັນເວລາ 3 ວັນຢູ່ທະເລ ຍີ່ປຸ່ນ
ຍີ່ປຸ່ນ, ອາເມລິກາ ດຳເນີນການຊ້ອມຮົບບົນທະເລ ຍີ່ປຸ່ນ - ảnh 1 (ພາບປະກອບ /  Reuters)

ກ່ຳປັ່ນ USS Ronald Reagan ຂອງ ອາເມລິກາ ແລ່ນດ້ວຍພະລັງງານນິວເຄຼຍ ຈາກທ່າກ່ຳປັ່ນ Yokosuka ໄດ້ຖືກຈັດສົ່ງໄປທະເລ ຍີ່ປຸ່ນ ເຂົ້າຮ່ວມກັບກຸ່ມກ່ຳປັ່ນບັນທຸກເຮືອບິນ USS Carl Vinson ພວມຜັນຂະຫຍາຍຢູ່ເຂດທະເລ ໃກ້ກັບແຫຼມ ເກົາຫຼີ ເພື່ອເຂົ້າຮ່ວມການຊ້ອມຮົບກັບກ່ຳປັ່ນຮົບ Hyuga ແລະ Ashigara ຂອງ ຍີ່ປຸ່ນ. ນອກນັ້ນ ຍີ່ປຸ່ນ ກໍ່ຈັດສົ່ງກ່ຳປັ່ນປ້ອງກັນ 8 ລຳ ເພື່ອເຂົ້າຮ່ວມການຊ້ອມຮົບ. ພ້ອມກັນນັ້ນ ຝູງເຮືອບິນ F-15 ຂອງກຳລັງປ້ອງກັນອາກາດຂອງ ຍີ່ປຸ່ນ ກໍ່ດຳເນີນການຊ້ອມຮົບກັບຝູງເຮືອບິນ F-18 ຂອງກອງທັບເຮືອ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ