ຍີ່ປຸ່ນ, ອາເມລິກາ, ຝລັ່ງ ເລີ່ມຝຶກຊ້ອມຮ່ວມດ້ານທະຫານເຮືອໃນເດືອນ 05/2015

ຍີ່ປຸ່ນ, ອາເມລິກາ, ຝລັ່ງ ເລີ່ມຝຶກຊ້ອມຮ່ວມດ້ານທະຫານເຮືອໃນເດືອນ 05/2015 - ảnh 1
(ພາບປະກອບ: AFP/TTXVN)

​(vovworld) – ວັນ​ທີ 12/05, ກະຊວງ​ປ້ອງ​ກັນ​ປະ​ເທດ​ຍີ່ປຸ່ນ ຖະ​ແຫຼ​ງວ່າ, ​ໃນ​ທ້າຍ​ເດືອນ 05 ນີ້, ຍີ່ປຸ່ນ ຈະ​ຈັດການ​ຝຶກ​ຊ້ອມຮ່ວມ​ດ້ານ​ທະຫານ​ເຮືອ​ເປັນເວລາ 3 ວັນກັບ ອາ​ເມ​ລິ​ກາ ​ແລະ ຝລັ່ງ ຢູ່​ນອກ​ທະ​ເລ​ທິດຕາ​ເວັນ​ຕົກ​ເກາະ Kyushu. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່ 3 ປະ​ເທດ​ໄດ້​ມີ​ການ​ຝຶກ​ຊ້ອມຮ່ວມ​ໃນ​ລະຫວ່າງ​ວັນ​ທີ 16,17 ​ແລະ 23/05 ​ເມື່ອ​ບັນດາ​ກຳ​ປັ່ນ​ສູ້​ຮົບ​ຂອງອາ​ເມ​ລິ​ກາ ​ແລະ ຝລັ່ງ ​ໄດ້​ເຂົ້າທຽບທ່າ Sasebo ຢູ່​ແຂວງ Nagasaki. ​ເຂົ້າ​ຮ່ວມ​ການ​ຝຶກ​ຊ້ອມ​ຮ່ວມຍັງ​ມີ​ກຳປັ່ນ​ສົ່ງພົນ​ຂຶ້ນ​ບົກລຳ​ໜຶ່ງ​ຂອງຝລັ່ງ, ກຳປັ່ນພິຄາດ​ລຳ​ໜຶ່ງ​ຂອງ​ອາ​ເມ​ລິ​ກາ, ກຳປັ່ນ​ຂົນ​ສົ່ງ​ລຳໜຶ່ງ ​ແລະ ບັນດາ​ເຮືອບິນ​ເອລີກ​ອບ​ເຕີ​ຂອງ​ກຳລັງ​ປ້ອງ​ກັນ​ຍີ່ປຸ່ນ.

ຂ່າວ/ບົດ​ອື່ນ