ຍີ່​ປຸ່ນ - ອາ​ເມ​ລິ​ກາ - ສ​.ເກົາຫຼີ ຂຶ້ນ​ແຜນ​ການ​ຈັດ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ 3 ຝ່າຍ​ກ່ຽວ​ກັບ ສ​ປ​ປ.ເກົາຫຼີ

(VOVWORLD) -ວັນທີ 27 ມັງກອນ, ສຳນັກຂ່າວສານ Kyodo ຂອງຍີ່ປຸ່ນ ໄດ້ຄັດສະເໜີແຫຼ່ງຂ່າວທາງການຕ່າງປະເທດ ໂດຍໃຫ້ຮູ້ວ່າ: ຍີ່ປຸ່ນ, ອາເມລິກາ ແລະ ສ.ເກົາຫຼີ ພວມຂຶ້ນແຜນຈັດກອງປະຊຸມລັດຖະມົນຕີ 3 ຝ່າຍ ໃນກາງເດືອນກຸມພາ ຢູ່ Hawaii ເພື່ອຊຸກຍູ້ການຮ່ວມມືທີ່ກ່ຽວຂ້ອງເຖິງ ບັນຫາ ສປປ.ເກົາຫຼີ.

ຍີ່​ປຸ່ນ - ອາ​ເມ​ລິ​ກາ - ສ​.ເກົາຫຼີ ຂຶ້ນ​ແຜນ​ການ​ຈັດ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ 3 ຝ່າຍ​ກ່ຽວ​ກັບ ສ​ປ​ປ.ເກົາຫຼີ - ảnh 1ການຍິງທອດລົງລູກສອນໄຟຂອງ ສປປ.ເກົາຫຼີ (ພາບ:Yonhap/TTXVN)

ຖ້າ ໄດ້ປະຕິບັດ , ນີ້ຈະແມ່ນກອງປະຊຸມຄັ້ງທຳອິດນັບແຕ່ ທ່ານ Kishida Fumio ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ຍີ່ປຸ່ນ ເມື່ອເດືອນຕຸລາປີ 2021. ການກະທຳນີ້ໄດ້ດຳເນີນໃນສະພາບທີ່ ສປປ.ເກົາຫຼີ ສືບຕໍ່ຍິງລູກສອນໄຟນຳວິຖີ ໂດຍບໍ່ຫົວຊາຕໍ່ຄຳຮຽກຮ້ອງ ເຈລະຈາ ກັບ ອາເມລິກາ. ກອງປະຊຸມລັດຖະມົນຕີ ການຕ່າງປະເທດຍີ່ປຸ່ນ - ອາເມລິກາ - ສ.ເກົາຫຼີ ຄັ້ງຫຼ້າສຸດໄດ້ດຳເນີນໂດຍກົງໃນເດືອນກັນຍາ ປີ 2021 ຢູ່ ນິວຢອກປະເທດ ອາເມລິກາ.

ໃນກອງປະຊຸມຈະມາເຖິງ, ບັນດານັກການທູດແຖວໜ້າ ອາເມລິກາ - ຍີ່ປຸ່ນ - ສ.ເກົາຫຼີ ຈະ ແບ່ງປັນຄວາມວິຕົກກັງວົນວ່າ: ການຍິງລູກສອນໄຟນຳວິຖີ ຫວ່າງມໍ່ໆມານີ້ຂອງ ສປປ.ເກົາຫຼີ ອາດຈະກໍ່ໄພນາບຂູ່ຕໍ່ສັນຕິພາບ, ສະຖຽນລະພາບຂອງສາກົນ, ພ້ອມທັງປຶກສາຫາລືບັນດາມາດຕະການສະກັດກັ້ນພຽງຢາງ ທີ່ມີການກະທຳຄ້າຍຄືກັນຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ